spot_img
Homeຂ່າວເຫດການສຳເລັດກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2014-2015

ສຳເລັດກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2014-2015

Published on

251

ຂປລ. ກອງປະຊຸມລັດຖະບານ​​ ເປີດກວ້າງປະ​ຈຳ​ປີ 2014-2015 ໄດ້​ໄຂ​ຂຶ້ນ​ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ກັນຍາ ​ແລະ ສຳ​ເລັດ​ລົງ ​ໃນ​ວັນ​ທີ 25 ກັນ​ຍາ 2015​ ນີ້ ທີ່​ຫ້ອງວ່າ​ການ​ລັດ​ຖະ​ບານ ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງທ່ານ ທອງ​ສິງ ​ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ມີ​ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄະ​ນະ​ລັດ​ຖະ​ບານ, ພ້ອມດ້ວຍບັນດາ​ເຈົ້າ​ແຂວງ ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້ຄົ້ນ​ຄ້ວາ​ພິຈາລະນາ ​ແລະ ​ເປັນ​ເອກະ​ພາບການຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ ຂອງ​ຂະ​ແໜງ​ການ​ຕ່າງໆ​​​ໂດຍ​ສະ​ເພາະສະ​ພາບ​ການ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​ສົກ​ປີ 2014-2015 ​ແລະ ການ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​ສົກ​ປີ 2015-2016, ການ​ຈັດ​ຕັ້ງປະ​ຕິ​ບັດ ​ແຜນ​ງົບ​ປະ​ມານ​ປະ​ຈຳ​ປີ 2014-2015 ແລະ​ ແຜນ​ ງົບ​ປະ​ມານ​​ ປະ​ຈໍາ​ສົກ​ປີ 2015-2016, ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ເງິນ​ຕາ ​ປະ​ຈຳ​ສົກ​ປີ 2014-2015 ແລະ ​ແຜນ​ເງິນ​ຕາ ​ປະ​ຈຳ​ປີ 2015-2016. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ ແລະ ໂຄງ​ການ​ກໍ່​ສ້າງ​ສະ​ໜາມ​ບິນ​ສາ​ກົນ​ຢູ່ ສ​ປ​ປ ລາວ, ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ແກ້​ໄຂ​ໜີ້ສິນ, ໂຄງ​ການ​ລົງ​ທຶນ​ຂອງ​ລັດ, ມາດ​ຕະ​ການ​ແກ້​ໄຂໃນ​ຕໍ່​ຫ​ນ້າ.

ນອກ​ຈາກ​ນີ້ ຍັງ​ໄດ້​ພິຈາລະນາຄົ້ນຄວ້າ ​​ແຜນວຽກງານພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ​, ບົດ​ລາຍ​ງານ​ຂອງກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ພາຍ​ໃນ ກ່ຽວ ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ 10 ເຂດ​ຈຸດ​ສຸມ​ຂອງ​ລັດ​ຖະ​ບານ, 54 ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ, ການ​ຈັດ​ສັນ​ພູມ​ລຳ​ເນົາ ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...