spot_img
Homeຂ່າວພາຍ​ໃນພະລັງສື່ອອນລາຍ! ກະຊວງການເງິນ ກຽມກວດສອບພະນັກງານ ລໍ່າລວຍຜິດປົກກະຕິ!

ພະລັງສື່ອອນລາຍ! ກະຊວງການເງິນ ກຽມກວດສອບພະນັກງານ ລໍ່າລວຍຜິດປົກກະຕິ!

Published on

finance

ກະຊວງການເງິນ ຈະເພີ່ມມາດຕະການຕິດຕາມ ແລະ ກວດສອບການເຄື່ອນໄຫວຂອງພະນັກງານໃນຂະແໜງການຕົນໃຫ້ເຂັ້ມງວດຫລາຍຂຶ້ນ, ພາຍຫລັງມີກະແສສັງຄົມໄດ້ສ່ອງແສງຜ່ານສື່ສັງຄົມອອນລາຍຢ່າງແຜ່ຫລາຍ ວ່າມີພະນັກງານຈໍານວນໜຶ່ງລໍ້າລວຍຜິດປົກກະຕິ, ໂດຍສະເພາະຂະແໜງພາສີ, ອາກອນ ແລະ ຂະແໜງອື່ນໆທີ່ຕິດພັນກັບຂົງເຂດເສດຖະກິດ.

ບັນຫາດັ່ງກ່າວໄດ້ຮັບການຢືນຢັນຈາກ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອທ້າຍອາທິດຜ່ານມາ, ທີ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ເຊິ່ງທ່ານໄດ້ຍົກເອົາ ກໍລະນີທີ່ປະຊາຊົນ ໄດ້ສະເໜີຂໍ້ມູນຜ່ານສື່ສັງຄົມອອນລາຍ ກ່ຽວກັບພະນັກງານພາສີ, ອາກອນປະຈໍາຢູ່ດ່ານສາກົນຂົວມິດຕະພາບ, ດ່ານທ່ານາແລ້ງຈໍານວນໜຶ່ງ ມີຖານະລໍ້າລວຍຂຶ້ນຢ່າງຜິດປົກກະຕິ, ມີລົດຄາລາແພງຫລາຍຄັນ, ມີດິນຫລາຍຕອນທັງທີ່ເປັນພະນັກງານລັດຖະກອນ, ຊຶ່ງຊັບສີນດັ່ງກ່າວ ອາດໄດ້ມາດ້ວຍການສໍ້ລາດບັງຫລວງ ຫລື ສວຍໃຊ້ຕໍາແໜ່ງໜ້າທີ່ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນກ່າວວ່າ: ບັນຫາການລໍ້າລວຍຜິດປົກກະຕິ ຂອງພະນັກງານລັດແມ່ນເປັນບັນຫາລວມຂອງກະຊວງການເງິນ, ຊຶ່ງຜ່ານມາຄະນະນໍາກະຊວງການເງິນ ກໍໄດ້ລົງກວດສອບພະນັກງານເປັນປົກກະຕິ ແລະ ຖ້າພົບເຫັນການກະທໍາຜິດ ກໍໄດ້ມີການປະຕິບັດວິໄນຕາມລະບຽບກົດໝາຍຢ່າງເຂັ້ມງວດ, ສໍາລັບພະນັກງານພາສີ ກໍນອນໃນເງື່ອນໄຂຄືກັນກັບພະນັກງານໃນຂະແໜງການເງິນທົ່ວໄປ, ສ່ວນຂໍ້ມູນທີ່ມີເຜີຍແຜ່ຜ່ານສື່ສັງຄົມອອນລາຍໃນໄລຍະຜ່ານມານັ້ນ, ກໍແມ່ນສໍາຄັນສ່ວນໜຶ່ງທີ່ກົມພາສີ ໄດ້ເອົາເປັນຂໍ້ມູນພື້ນຖານໃນການ ກວດສອບພະນັກງານ ຫລື ກຸ່ມເປົ້າໝາຍຕາມລະບຽບການ ແລະ ບັນຫາຕິດຕາມການລໍ້າລວຍຜິດປົກກະຕິຂອງພະນັກງານນີ້, ກະຊວງ ການເງິນຈະໄດ້ສົມທົບກັບຂະແໜງກາກ່ຽວຂ້ອງອື່ນໆ ເພື່ອດໍາເນີນການກວດສອບຢ່າງເຂັ້ມງວດ ແລະ ດໍາເນີນວິໄນຢ່າງເຄັ່ງຄັດ ຕາມລະບຽບກົດໝາຍຕໍ່ຜູ້ກະທໍາຜິດ ແລະ ມີການປະພຶດສໍ້ລາດບັງຫລວງ.

 

ແຫລ່ງຂ່າວ:

ລພນ

 

ບົດຄວາມຫຼ້າສຸດ

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...