spot_img
Homeຂ່າວເຫດການກະຊວງພາຍໃນ ປະກາດການແຕ່ງຕັ້ງຂັ້ນຫົວໜ້າກົມຄົນໃໝ່

ກະຊວງພາຍໃນ ປະກາດການແຕ່ງຕັ້ງຂັ້ນຫົວໜ້າກົມຄົນໃໝ່

Published on

DSC_7504.01.10.15.1

ຂປລ. ກະຊວງ​ພາຍ​ໃນ ​ໄດ້​ປະກາດ​ການຈັດ​ຕັ້ງ​ຂັ້ນ​ກົມ ​ໃນ​ວັນ​ທີ 30 ກັນຍາ 2015 ທີ່​ກະຊວງ​ພາຍ​ໃນ ​ໂດຍ​ການ​ເປັນ​ປະທານ​ ຂອງ​ທ່ານ ຄຳໝັ້ນ ສູນ​ວິ​ເລີດ ລັດຖະມົນຕີ​ວ່າການກະຊວງ​ພາຍ​ໃນ, ມີບັນດາຫົວໜ້າ​ກົມ, ຮອງ​ກົມ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​​​ການ​ປະກາດ​ຕາມ​ດຳລັດ​ຂອງ​ນາ​ຍົກ​ລັດຖະມົນຕີ​ໃນ​ຄັ້ງ​ນີ້ ໄດ້ແຕ່ງ​ຕັ້ງ ​ ​ທ່ານ ​ເຢລໍ ​ເຈຍ​ວ່າ ຮອງ​ຫົວໜ້າກົມ​ແຂ່ງ​ຂັນ ​ແລະ ຍ້ອງ​ຍໍ, ​​ຮັກສາ​ການ​ຫົວໜ້າກົມ​ແຂ່ງຂັນ ​ແລະ ຍ້ອງຍໍ​ກະຊວງ​ພາຍ​ໃນ; ທ່ານນາງ ທອງ​ຈັນ ​ແກ້ວ​ແສນ​ຫອມ ​ເປັນ​ຫົວໜ້າກົມ​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ; ທ່ານ ດຣ. ນາງ ຈັນທາ ອ່ອນ​ໄຊ​ວຽງ ​ເປັນ​ຫົວໜ້າສະຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ປົກຄອງ ​ແລະ ຝຶກ​ອົບຮົມ; ທ່ານ ບຸນ​ຍົງ ສີ​ສຸພັນ ​ເປັນ​ຫົວໜ້າກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ທ່ານ ບຸ​ນພັກ ສົມ​ບັນດິດ ​ເປັນ​ຫົວໜ້າກົມ​ການ​ປົກຄອງ​ທ້ອງ​ຖິ່ນ; ທ່ານ ສິງ​ທະ​ວອນ  ດາລາ​ວົງ ​ເປັນ​ຫົວໜ້້າຫ້ອງການກະຊວງ​ພາຍ​ໃນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...