spot_img
Home​ຂ່າວທ່ອງທ່ຽວຫລວງພະບາງ - ສິບສອງພັນນາ ຮ່ວມມືກັນດ້ານການທ່ອງທ່ຽວ

ຫລວງພະບາງ – ສິບສອງພັນນາ ຮ່ວມມືກັນດ້ານການທ່ອງທ່ຽວ

Published on

01.10.15.1

ຂປລ. ກາງ​ ເດືອນ​ກັນຍາ​ຜ່ານ​ມາ, ທ່ານ ອ່ອນຈັນ ສຸວັນນະ​ລິດ ຫົວໜ້າ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ແຂວງ​ຫລວງ​ພະ​ບາງ ​ພ້ອມຄະນະ ​ໄດ້ພົບ​ປະ​ແລກປ່ຽນ​ບົດຮຽນດ້ານ​ການທ່ອງທ່ຽວ​ກັບ​ ທ່ານ​ນາງ ຢຸ້ຍຄານ​ເນີ້​ນ ຮອງ​ຫົວໜ້າ​ຫ້ອງການ​ທ່ອງ​ທ່ຽວກິ່ງ​ແຂວງ​ສີ​ບສອງ​ພັນ​ນາ ພ້ອມ​ຄະນະຢູ່ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ສປ ຈີນ.

ພາຍຫລັງ ​ທ່ານ​ນາງ ຢູ້ຍຄານ​ເນີ້​ນ ​ໄດ້​ອະທິບາຍ​ກ່ຽວ​ກັບ​ສະພາບ​ການທ່ອງທ່ຽວ​ພາຍ​ໃນ​ແຂວງຕົນ ລວມ​ເຖິງ​ທິດ​ທາງ​ແຜນ​ພັດທະນາ​ການທ່ອງ​ທ່ຽວ​ແຕ່​ນີ້​ຮອດ​ປີ 2020 ​ໃນ​ນັ້ນ ກິ່ງ​ແຂວງສີ​ບສອງ​ພັນ​ນາ​ ຈະ​ສ້າງ​ເ​ສັ້ນ​ທາງ​ລົດ​ໄຟ ​ໄປ​ຫາ​ແຫລ່ງ​ທ່ອງ​ທ່ຽວ, ​ສ້າງ​ເສັ້ນທາງ​ໆນ້ຳນັ່ງ​ເຮືອ​ຈາກ ສປປ ລາວ ມາ​ຫາ ສີ​ບສອງ​ພັນ​ນາ​. ຄະນະ​ນຳ​ສອງ​ຝ່າຍ ​ໄດ້​ພັດ​ປ່ຽນ​ກັນ​ມີ​ຄຳ​ເຫັນ​ ພ້ອມ​​ເຫັນ​ດີ​ໃຫ້​ມີ​ການ​ປຶກສາຫາລື​ກັນ 1 ປີ​ຕໍ່ຄັ້ງ​ຢ່າງເປັນ​ປົກກະຕິ, ​ເພື່ອ​ຊອກ​ໃຫ້​ເຫັນ​ບັນຫາ​ຂໍ້ຄົງຄ້າງ​ກ່ຽວກັບ​ການທ່ອງທ່ຽວ ກໍ​ຄື​ນັກ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ, ບັນຫາ​ການກະທຳ​ຜິດ​ທາງ​ກົດໝາຍ​ຂອງ​ນັກ​ທ່ອງ​ທ່ຽວ, ການ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ດ້ານ​ການທ່ອງທ່ຽວ ສີ​ບສອງ​ພັນ​ນາ ​ແລະ ຫລວງ​ພະ​ບາງ, ການ​ເຜີຍ​ແຜ່​ກົດໝາຍ​ລະຫວ່າງ​ປະ​ເທດ ​ໃຫ້​ບໍລິສັດ​ທົວນຳ​ໄປ​ເຜີຍ​ແຜ່​ໃຫ້​ນັກ​ທ່ອງ​ທ່ຽວ​, ກົດ​ລະບຽບ​ການ​ນຸ່ງ​ຖື​ເຂົ້າ​ສະ​ຖານ​ທີ່​ທ່ອງ​ທ່ຽວ ​ແລະ ບັນຫາ​ອື່ນໆ.

​ ໂອກາດ​ນີ້ ຄະນະ​ນຳ​ພະ​ແນກຖະ​ແຫລງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ຫລວງ​ພະ​ບາງ ຍັງ​ໄດ້​​ໄປ​ທ່ຽວ​ຊົມສະຖານ​ທີ່​ທ່ອງທ່ຽວທີ່​ຂຶ້ນ​ຊື່​ຂອງສີ​ບສອງ​ພັນ​ນາ​ ເປັນ​ຕົ້ນ​ແມ່ນ: ບ້ານ​ຊົນ​ເຜົ່າ​ຈີ​ນນໍ່, ບ້ານໄທລື້ກາຫລັ່ນປ້າ, ຊົມການ ສະແດງວັດທະນະທຳໄຕລື້ 12 ພັນນາ, ທ່ຽວ​ຊົມສວນ​ມ່ານ​ທິງ (ສວນ​ບ້ານ​ຖິ່ນ) ​ແລະ ພູ​ເຂົາ​ຊ້າງ​ປ່ານຳ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...