Homeຂ່າວການສຶກສາຄູຄືແມ່ພິມຂອງຊາດ ແລະ ເປັນຜູ້ສ້າງຊັບພະຍາກອນມະນຸດ

ຄູຄືແມ່ພິມຂອງຊາດ ແລະ ເປັນຜູ້ສ້າງຊັບພະຍາກອນມະນຸດ

Published on

056

ຂປລ. ການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ​ໂດຍ​ສະ​ເພາະວຽກງານການສຶກສາ ​ແລະ  ພັດທະນາບຸກຄະລະກອນ ​ໃຫ້​ມີຄວາມຮູ້ ຄວາມສາມາດ ​ແລະ ປະສົບການ ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ ​ທີ່​ໃຜໆກໍ​ເຮັດ​ໄດ້ ​ເຊັ່ນ ດຽວ​ກັບການຮຽນການສອນ ​ໃຫ້ຮັບປະກັນ​ໄດ້​ທັງ​ດ້ານ​ຄຸນ​ນະພາ​ບ ຜູ້ທີ່ຈະມາ​ເຮັດ​ໜ້າ​ທີ່​ນີ້​ໄດ້ ກໍຕ້ອງເປັນຜູ້ທີ່ຄວາມ​ຮັກ​ມັກ​ຕໍ່​ອາຊີບ, ມີຈິດໃຈອົດທົນ, ເສຍສະຫລະສູງ​ສົມຄວນ.

ທ່ານ ພູມີ ພົມແກ້ວນາ ຜູ້ອໍານວຍການໂຮງຮຽນ ມສ ໄຊເສດຖາໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວ ສານປະເທດລາວ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ: ຄູເປັນຜູ້ທີ່ຖ່າຍທອດວິຊາຄວາມຮູ້, ສະຕິປັນຍາໃຫ້​ແກ່ນັກຮຽນ, ນັກສຶກສາ ເພື່ອໃຫ້ກາຍເປັນບຸກຄະລະກອນ ຂອງຊາດທີ່ມີຄວາມຮູ້, ຄວາມສາມາດພັດທະນາ ແລະ ນໍາພາກສ້າງສາປະເທດຊາດ ໃຫ້ມີຄວາມສີວີໄລ​ເທົ່າ​ທຽມ​ສາກົນ. ເຊິ່ງພັກ-ລັດຖະບານ ເວລາໃດກໍໄດ້ເອົາໃຈໃສ່ ຍົກສູງບົດບາດຂອງຄູ, ໂດຍໄດ້ ກໍານົດເອົາຄຸນນະພາບຂອງຄູ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ, ກໍຄືແຜນພັດທະນ າການສຶກສາຂອງປະເທດ ໃນແຕ່ລະໄລຍະ, ມີນະໂຍບາຍສົ່ງເສີມຄຸນນະພາບຊິວິດ ແລະ ສະໜອງດ້ານ ສະຫວັດດີການ-ສັງຄົມຕ່າງໆ. ສິ່ງສໍາຄັນ ແມ່ນໄດ້ກໍານົດເອົາ ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນສະເຫລີມສະຫລອງວັນຄູແຫ່ງຊາດ, ເພື່ອໃຫ້ນັກຮຽນ-ນັກສຶກສາ ແລະ ທຸກຊັ້ນຄົນ ໃນສັງຄົມຮັບຮູ້ເຂົ້າໃຈຄວາມໝາຍ ຄວາມສໍາຄັນຂອງວັນດັ່ງກ່າວ, ທັງເປັນການເສີມ ຂະຫຍາຍ ແລະ ເຊີດຊູບົດບາດໃນອາຊີບຄູ ໃຫ້ພົ້ນເດັ່ນຂຶ້ນເທື່ອລະກ້າວ.

ໂຮງຮຽນ ມສ ໄຊເສດຖາ ທຸກໆປີ ກໍໄດ້ຈັດກິດຈະກໍາ ສະເຫລີມສະຫລອງວັນ​ຄູ​ແຫ່ງ​ຊາດ ເຊັ່ນດຽວກັບໂຮງ ຮຽນອື່ນໆ. ໂດຍໄດ້ມີການຫວນຄືນມູນເຊື້ອ ປະຫວັດຄວາມເປັນມາ ​ແຫ່ງ​ການ​ກໍາ​ເນີ​ດ ວັນ​ຄູ​ແຫ່ງ​ຊາດ​ລາວ ​ເພື່ອ​ໃຫ້​ພະນັກງານ-ຄູອາຈານ ​ ແລະ ນ້ອງ​ນັກຮຽນ ໄດ້ຮັບຮູ້ເຂົ້າໃຈຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ມູນ​ເຊື້ອ ປະຫວັດຄວາມ​ເປັນ​ມາ ​ແລະ ຄຸນງາມຄວາມດີ​ຂອງ​ນາຍ​ຄູ​ຄໍາ ທີ່​ໄດ້​ປະກອບ​ສ່ວນ​​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.​ ​ພັດທະນາ​ຊັບພະຍາກອນ​ມະນຸ​ດ, ​ພັດທະນາ​ການສຶກສາ ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ​. ດັ່ງ​ນັ້ນ ​ຈຶ່ງ​ໄດ້​​​ກໍານົດ​ເອົາ ວັນ​ເຂົ້າ​ຮັບ​ລາຊະການ​ ຂອງ​ນາ​ຍຄູ​ຄໍາ ວັນ​ທີ 7 ຕຸ​ລາ ​ເປັນ​ວັນ​ຄູ​ແຫ່ງ​ຊາດຂອງ​ທຸກໆ ປີ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...