Homeມຸມຂ່າວ AECລາວກຽມພ້ອມ ຈັດກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນຄັ້ງ ທີ 16

ລາວກຽມພ້ອມ ຈັດກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນຄັ້ງ ທີ 16

Published on

888_7892.05.10.1

ຂປລ. ສປປ ລາວ​ ກຽມ​ພ້ອມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມລັດຖະມົນຕີ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາ​ຊຽນ ຄັ້ງ​ທີ 16 ​ແລະ ກອງ ​ປະຊຸມ​ຄະນະ​ກໍາມະການ​ຮ່ວມ​ມື​ອາ​ຊຽນ ດ້ານ​ເຕັກ​ໂນ​ໂລ​ຊີ​ ຄັ້ງ​ທີ 70, ພ້ອມ​ດ້ວຍ​ກອງ​ປະຊຸມ​ປິ່ນ​ອ້ອມ​ຕ່າງໆ ​ເຊິ່ງຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 2-6 ພະຈິກ 2015 ນີ້ ຢູ່​ນະຄອນ ຫລວງ​ວຽງ​ຈັນ.

ທ່ານ ສຈ. ດຣ. ບໍ່​ວຽງ​ຄໍາ ວົງ​ດາລາ ລັດຖະມົນຕີ ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​, ໄດ້​ຖະ​ແຫລ​ງຂ່າວ​ໃນ​ວັນ​ທີ 5 ຕຸລາ 2015 ນີ້​ ຢູ່​ກະຊວງ​ດັ່ງກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ລັດ ຖະມົນຕີ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຂອງ​ປະ​ເທດ​ອາ​ຊຽນ ຈະ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນຫລາຍ​ບັນຫາ​ທີ່​ສໍາຄັນ​ເພື່ອ​ຊຸກຍູ້, ສົ່ງ​ເສີມ​ການ​ຮ່ວມ​ມືພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ຂອງ​ອາ​ຊຽນ ​ໃນ​ນັ້ນ, ​ຈະ​ລວມ​ເຖິງ​ການ​ປຶກສາ​ຫາລື​ ຮ່າງ​ແຜນ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ອາ​ຊຽນ​ໃນ​ໄລຍະ 2016-2025 ​​ເຊິ່ງ​ໄດ້​ຜ່ານ​ການ​ຄົ້ນ​ຄ້ວາ ​ແລະ ປັບປຸງ​ມາ​ໃນ​ຫລາຍ​ກອງ​ປະຊຸມ ​ແລະ ຫວັງ​ວ່າ​ຈະ​ສາມາດ​ຮັບຮອງ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ນີ້. ພ້ອມ ​ກັນ​ນີ້​ ກອງ​ປະຊຸມ​ຈະ​ໄດ້​ທົບ​ທວນຄືນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການຮ່ວມ​ມື​ອາ​ ຊຽນ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ໄລຍະ​ຜ່ານ​ມາ​, ໂດຍ​ສະ​ເພາະການຈັດ​ຕັ້ງ​ປະຕິບັດ​ໂຄງການ ​ແລະ ກິດຈະ​ກໍາ, ການ​ນໍາ​ໃຊ້​ກອງ​ທຶນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ອາ​ຊຽນ, ການທົບ​ທວນ​ຄວາມ​ຄືບ​ໜ້າ ​ແລະ ທິດ​ທາງ​ຮ່ວມ​ມື​ໃໝ່​ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ເຈລະຈາ​ອາ​ຊຽນ, ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ ​ແລະ ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ວຽກ​ງານ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ຊຽນ ​ແລະ ບັນຫາ​ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...