spot_img
Homeຂ່າວພາຍ​ໃນທະນາຄານໂລກຄາດຄະເນ ປີນີ້ເສດຖະກິດລາວຈະຂະຫຍາຍຕົວ ໃນລະດັບ 6,4%!

ທະນາຄານໂລກຄາດຄະເນ ປີນີ້ເສດຖະກິດລາວຈະຂະຫຍາຍຕົວ ໃນລະດັບ 6,4%!

Published on

World-Bank-Logo

ຮອງຫົວໜ້າທະນາຄານໂລກ (WB) ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທ່ານ ແອັກເຊວ ແວນທອດເຊັນເບີກ ໄດ້ເປີດເຜີຍ ຜົນການຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງພາກພື້ນຜ່ານລະບົບວີດີໂອ ຢູ່ສໍານັກງານທະນາຄານດັ່ງກ່າວທີ່ນະຄອນຫລວງວຽງຈັນ ໃນວັນທີ 5 ຕຸລານີ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ໃນປີນີ້ຈະຢູ່ໃນລະດັບ 6,4 % ເນື່ອງຈາກຄວາມຕ້ອງການຈາກພາຍນອກມີປະລິມານໜ້ອຍລົງ, ຂະນະທີ່ອັດຕາສ່ວນການປ່ອຍສິນເຊື່ອມີການຂະຫຍາຍຕົວຊ້າລົງເຊັ່ນດຽວກັນກັບເສດຖະກິດຂອງບັນດາປະເທດກຳລັງພັດທະ ນາໃນພາກພື້ນອາຊີຕາເວັນອອກຈະຂະຫຍາຍຕົວໃນລະດັບ 4,6% ໃນປີ2015 ກໍຄືປະເທດນຳເຂົ້າສິນຄ້າ, ໂດຍສະ ເພາະຫວຽດນາມຈະມີອັດຕາຂະຫຍາຍຕົວຢູ່ລະດັບ 6,2% ໃນປີ2015 ເພີ່ມເປັນ 6,3%  ໃນປີ 2016,ກຳປູເຈຍຂະຫຍາຍຕົວ 6,9% ໃນປີນີ້ ແລະ ມຽນມາຈະມີອັດຕາຂະຫຍາຍຕົວຊ້າລົງຈາກ 8,5% ໃນປີ 2014 ມາເປັນ 6,5% ໃນປີ2015 ເນື່ອງຈາກເກີດໄພນ້ຳຖ້ວມໃນໄລຍະຜ່ານມາ.

ທ່ານຮອງຫົວໜ້າທະນາຄານໂລກປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກໃຫ້ຮູ້ວ່າ: ພາກພື້ນອາຊີຕາເວັນອອກ ແລະ ປາຊີຟີກໄດ້ກວມເອົາເກືອບສອງສ່ວນຫ້າຂອງອັດຕາການເຕີບໂຕເສດຖະກິດໂລກ, ຊຶ່ງຈະມີອັດຕາການເຕີບໂຕໃນລະດັບ 6,5% ໃນປີ 2015 ແລະ ຫລຸດລົງຈາກ 6,8% ເມື່ອທຽບໃສ່ປີຜ່ານມາ, ອັນເປັນການເຕືອນໃຫ້ບັນດານັກວາງນະໂຍບາຍໃນພາກພື້ນ ຕ້ອງສຸມໃສ່ການປະຕິຮູບທາງດ້ານໂຄງສ້າງທີ່ເປັນພື້ນຖານໃຫ້ແກ່ການເຕີບໂຕແບບຍືນຍົງ ແລະ ສົມດູນ. ສຳລັບໃນປີນີ້ເສດຖະກິດໃນປະເທດຈີນຄາດວ່າຈະຂະຫຍາຍຕົວ 7% ແລະ ຈະຄ່ອຍໆຫລຸດລົງເລັກໜ້ອຍ, ເນື່ອງຈາກເສດຖະກິດສືບຕໍ່ຫັນເປັນຮູບແບບທີ່ມີການຊົມໃຊ້ ແລະ ການບໍລິການພາຍໃນກວມອັດຕາສ່ວນສູງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...