Homeຂ່າວພາຍ​ໃນການຄ້າແຂວງສາລະວັນ ບັນລຸເກືອບ 2,000 ຕື້ກີບ ເພີ່ມຂຶ້ນ 17% ທຽບກັບປີຜ່ານມາ!

ການຄ້າແຂວງສາລະວັນ ບັນລຸເກືອບ 2,000 ຕື້ກີບ ເພີ່ມຂຶ້ນ 17% ທຽບກັບປີຜ່ານມາ!

Published on

Untitled.07.10.3

ຂປລ. ທ່ານ ສີ​ສຸພັນ ​ເທບ​ວົງສາ ຫົວໜ້າ​ພະ​ແນ​ກອຸດສາຫະກໍາ-ການ​ຄ້າ ​ແຂວງ​ສາລະ​ວັນ ​ໄດ້​ໃຫ້​ສໍາພາດ​ ໃນວັນ​ທີ 5 ຕຸລາ 2015 ວ່າ: ປີ​ນີ້​ມູນ​ຄ່າ​ຕົວ​ເລກ​ຈໍລະ​ຈອນ​ສິນຄ້າຂອງແຂວງ​ບັນລຸເກືອບ 2.000 ຕື້ ​ກີບ​ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ​ເພີ່ມ​ຂຶ້ນ 17% ​ເທົ່າ​ກັບ 78% ຂອງ​ແຜນການ​ປີ ທີ່​ວາງ​ໄວ້. ​ໃນ​ນັ້ນ ການ​ເກັບ​ຊື້​ພາຍ​ໃນ​ບັນລຸເກືອບ 600 ຕື້​ກີບ,​ ເພີ່ມ​ຂຶ້ນ 20%, ລື່ນ​ແຜນການ​ປີ 7% ​ເຊິ່ງ​​ສິນຄ້າ​ກະສິກໍາກວມປະມານ​ 90%, ສິນຄ້າ​ຂາຍຍົກ​ບັນລຸ​ໄດ້ 700 ຕື້​ກວ່າກີບ, ເພີ່ມ​ຂື້ນ 14% ລື່ນ​ແຜນການ​ປີ 7%  ໝວດ ​ສິນຄ້າ​ກະສິກໍາ​ກວມ 81,24%; ສິນຄ້າ​ຂາຍຍ່ອຍ​ບັນລຸ​ໄດ້ 600 ຕື້​ກວ່າ​ກີບ ​ເພີ່ມ​ຂຶ້ນ 14% ລື່ນ​ແຜນການ​ປີ 10%, ໜວດ​ສິນຄ້າ​ອຸດສາຫະກໍາ ກວມ​ 86,66% (ຊີມັງ); ຜະລິດ​ຕະພັນ​ອຸດສາຫະກໍາ​ປຸງ​ແຕ່ງປະມານ 270 ຕື້​ກວ່າ​ກີບ ລື່ນ​ແຜນການ 13,7%.

ສະພາບ​ການ​ສົ່ງ​ອອກ ​ແລະ ​ນໍາ​ເຂົ້າໃນ​ສົກ​ປີ​ນີ້ ​ ບາງ​ຂະ​ແໜງ​ການ​ເພີ່ມ​ຂຶ້ນ ​ໃນ​ນັ້ນມູນ​ຄ່າ​ ສົ່ງອອກ-ນໍາ​ເຂົ້າ ບັນລຸ 260 ຕື້​ກວ່າກີບ; ການ​ສົ່ງ​ອອກ​ປະຕິບັດ​ໄດ້ 240 ຕື້​ກວ່າກີບ, ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ສົກ​ປີ​ ເພີ່ມ​ຂຶ້ນ​ 2 ກວ່າ​ເທົ່າ​ຕົວ ເທົ່າ 242%, ບັນລຸ 95% ຂອງ​ແຜນການ. ​ໃນ​ນັ້ນການ​ສົ່ງ​ອອກ​ໝວດ​ສິນຄ້າ​ກະສິກໍາ 125,70 ​ເພີ່ມ​ຂື້ນ 1 ກວ່າ​ເທົ່າຕົວ, ກວມ​ເອົາ 51%; ຕະຫລາດ​ການ​ສົ່ງ​ອອກ​ສ່ວນ​ໃຫຍ່​ແມ່ນ​ປະ​ເທດ​ຫວຽດນາມ ​ແລະ ​ໄທ ​ເຊິ່ງ​ໃນ​ນັ້ນ ປະເທດ​ຫວຽດນາມ ມີ​ມູນ​ຄ່າ​ປະມານ 160 ຕື້ກວ່າ​ກີບ ປະເພດ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້, ແປ້ງ​ມັນຕົ້ນ ຢາງພາລາ ກາ​ເຟ, ໝາກກ້ວຍ​ຫອມ; ປະ​ເທດ​ໄທ ມູນ​ຄ່າ 80 ຕື້ກວ່າ​ກີບມີ​ສາລີ​ລ້ຽງ​ສັດ, ມັນຕົ້ນຕາກ​ແຫ້ງ, ກາ​ເຟ; ດ້ານ​ການ​ນໍາ​ເຂົ້າປະຕິບັດ​ໄດ້ເກືອບ 16 ຕື້​ກີບ ​ເພີ່ມ​ຂຶ້ນ 72% ​ເທົ່າ 15% ຂອງ​ແຜນການ​ປີ ສ່ວນ​​ໃຫ່ຍ​ແມ່ນ​ນໍາ​ເຂົ້າ​ເຄື່ອງຮັບ​ໃຊ້​ກະສິກໍາ, ​ເຄື່ອງ​ກົນ​ຈັກ​ອາ​ໄຫລ່, ວັດ​ສະ​ດຸ​ກໍ່ສ້າງ, ​ເຄື່ອງ​ໃຊ້​ໄຟຟ້າ ​ແລະ ​ເຄື່ອງ​ໃຊ້​ຫ້ອງການ ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...