spot_img
Homeຂ່າວຕ່າງປະເທດອີກແລ້ວ! ງານແຕ່ງດອງໃນເຢແມນ ຖືກຖິ້ມລະເບີດໃສ່ ແຂກຮ່ວມງານຕາຍຢ່າງໜ້ອຍ 13 ຄົນ!

ອີກແລ້ວ! ງານແຕ່ງດອງໃນເຢແມນ ຖືກຖິ້ມລະເບີດໃສ່ ແຂກຮ່ວມງານຕາຍຢ່າງໜ້ອຍ 13 ຄົນ!

Published on

????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ຕຸລານີ້ວ່າ ເກີດເຫດລະເບີດທີ່ງານແຕ່ງດອງແຫ່ງໜຶ່ງ ໃນເມືອງຊັນບານ ແຂວງດາມາ ແຫ່ງຈາກນະຄອນຫລວງຊານາ ຂອງປະເທດເຢແມນ ໄປທາງພາກໃຕ້ປະມານ 100 ກິໂລແມັດ ສົ່ງຜົນເຮັດໃຫ້ປະຊາຊົນທີ່ກຳລັງສະຫລອງຄູ່ສົມລົດໃໝ່ ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ບາດເຈັບ 38 ຄົນ ຊຶ່ງຜູ້ເຫັນເຫດການລະບຸວ່າ ລະເບີດດັ່ງກ່າວແມ່ນຖືກຖິ້ມລົງຈາກເຮືອບິນຂອງກຸ່ມພັນທະມິດ ທີ່ນຳໂດຍກອງທັບອາຣັບບີ ຊາອຸດິດ ເພື່ອທຳລາຍເປົ້າໝາຍກຸ່ມຕິດອາວຸດຮູຕິ ທີ່ເຂົ້າຍຶດອຳນາດຈາກລັດຖະບານເຢແມນ.

ແຫລ່ງຂ່າວໄດ້ລະບຸວ່າ ນັບຕັ້ງແຕ່ເດືອນກັນຍາເປັນຕົ້ນມາ ການໂຈມຕີທາງອາກາດຂອງກຸ່ມພັນທະມິດດັ່ງກ່າວໃນເຢແມນ ໄດ້ຂ້າພົນລະເຮືອນຜູ້ບໍລິສຸດຢ່າງໜ້ອຍ 131 ຄົນ ໃກ້ກັບເມືອງໂມຄາ ແຄມທະເລແດງ ຊຶ່ງອົງການສະຫະປະຊາຊາດລະບຸວ່າ ເປັນການໂຈມຕີທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ ຊຶ່ງກຸ່ມພັນທະມິດດັ່ງກ່າວໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງໃດໆ.

ທັງນີ້ ກຸ່ມພັນທະມິດທີ່ປະກອບມີ 9 ປະເທດ ຊຶ່ງນຳໂດຍອາຣັບບີ ຊາອຸດິດ ໄດ້ເຂົ້າແຊກແຊງ ແລະ ເຮັດສົງຄາມຢູ່ປະເທດເຢແມນ ເພື່ອສະໜັບສະໜູນປະທານາທິບໍດີ ອາເບດຣັບບູ ມັນຊູ ຮາດີ ແຫ່ງເຢແມນ ຫລັງຈາກທີ່ກຸ່ມຕິດອາວຸດຮູຕິ ຊຶ່ງເປັນກຸ່ມອິດສະລາມນິກາຍຊີອະ ໄດ້ເຂົ້າຍຶດອຳນາດການປົກຄອງຂອງປະເທດໃນປີທີ່ຜ່ານມາ ຊຶ່ງອົງການສະຫະປະຊາຊາດໄດ້ລະບຸວ່າ ໃນໄລຍະ 7 ເດືອນຜ່ານມານີ້ ມີຜູ້ຖືກສັງຫານຈາກສົງຄາມໃນເຢແມນແລ້ວ 5,000 ຄົນ ແລະ ບາດເຈັບອີກ 25,000 ຄົນ ຊຶ່ງສ່ວນໃຫຍ່ແມ່ນເປັນພົນລະເຮືອນ.

558000011691602
ແຂວງດາມາ ປະເທດເຢແມນ ບ່ອນເກີດເຫດ (ພື້ນທີ່ສີແດງ)

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...