spot_img
Homeຂ່າວຕ່າງປະເທດອີຣ່ານປະສົບຜົນສຳເລັດ ທົດສອບລູກສອນໄຟໄລຍະໄກ ຢືນຢັນບໍ່ໃຊ້ນິວເຄລຍເດັດຂາດ!

ອີຣ່ານປະສົບຜົນສຳເລັດ ທົດສອບລູກສອນໄຟໄລຍະໄກ ຢືນຢັນບໍ່ໃຊ້ນິວເຄລຍເດັດຂາດ!

Published on

558000011798401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ຕຸລາຜ່ານມານີ້ວ່າ ອີຣ່ານປະສົບຜົນສຳເລັດໃນການທົດສອບລູກສອນໄຟໄລຍະໄກລຸ້ນໃໝ່ທີ່ຜະລິດເອງ ໂດຍກະຊວງປ້ອງກັນປະເທດອີຣ່ານໄດ້ເຜີຍແຜ່ພາບການທົດສອບລູກສອນໄຟອິໝັດ (Imad) ຊຶ່ງເປັນລູກສອນໄຟໄລຍະໄກລຸ້ນທຳອິດຂອງອີຣ່ານ ທີ່ສາມາດກຳນົດທິດທາງ ແລະ ຄວບຄຸມໄດ້ ຈົນກວ່າຈະຖືກເປົ້າໝາຍຂອງການໂຈມຕີ.

ທັງນີ້ ທາງການອີຣ່ານໄດ້ອອກມາຢືນຢັນວ່າ ລູກສອນໄຟດັ່ງກ່າວນີ້ຈະບໍ່ຖືກນຳໃຊ້ເພື່ອຕິດຕັ້ງຫົວຮົບນິວເຄລຍຢ່າງເດັດຂາດ ເນື່ອງຈາກອີຣ່ານບໍ່ມີແຜນພັດທະນາອາວຸດນິວເຄລຍ ຕາມຂໍ້ຕົກລົງທີ່ໄດ້ເຊັນກັນກັບອັງກິດ, ຈີນ, ຝຣັ່ງ, ເຢຍລະມັນ, ຣັດເຊຍ ແລະ ສະຫະລັດອາເມຣິກາ ເພື່ອແລກກັບການຍົກເລີກມາດຕະການຂວ້ຳບາດຂອງປະເທດຕາເວັນຕົກ.
558000011798402

558000011798403

558000011798404

558000011798405

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...