spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ຢ້ຽມຢາມບັນດາໂຄງການ ຢູ່ແຂວງອຸດົມໄຊ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມບັນດາໂຄງການ ຢູ່ແຂວງອຸດົມໄຊ

Published on

bounpon

ຂປລ. ເນື່ອງໃນ​ໂອກາດ ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ​ມະຫາ​ພາກ ​ແລະ ບໍລິການ ພ້ອມ​ດ້ວຍ​ຄະນະ  ທີ່ ​ໄດ້​​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ເຮັດ​ວຽກຢູ່​ແຂວງ​ອຸດົມ​ໄຊ ລະຫວ່າງວັນ​ທີ 9-10 ຕຸລາ 2015. ​ໂອກາດ​ນີ້, ທ່ານ ຮອງ​ນາຍົກລັດ​ຖະມົນ​ຕີ ຍັງ​​ໄດ້​​ໄປ​ຢ້ຽມ​ຢາມ ໂຮງງານ​ອາຫານ​ສັດ​ອຸດົມ​​ໄຊ ​ໂດຍ​​ໄດ້​ຮັບ​ການ​ຕ້ອນຮັບ​ ຈາກທ່ານ  ​​ເຟີ​ງ​ໂຮ ຫົວໜ້າ​ອຳນວຍ​ການ ​ປຸງ​ແຕ່ງຫົວອາຫານ​ສັດ ​ອຸດົມ​ໄຊ ​ພ້ອມ​ດ້ວຍ​ບັນດາ​ພະນັກງານ​.

ໃນ ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ຮອງ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ ຄວາມ​ເປັນ​ມາ​ໂດຍ​ຫຍໍ້ ກ່ຽວ​ກັບ​ໂຮງງານ ​ຫົວອາຫານ​ສັດ​ອຸດົມ​ໄຊ ​ ຈາກທ່ານ ຫົວໜ້າ​ ອຳນວຍ​ການ​ ປຸງ​ແຕ່ງ​ຫົວອາຫານ​ສັດ​ອຸດົມ​ໄຊ ວ່າ:​ ​ໂຮງງານ​ແຫ່ງ​ນີ້ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ປີ 2012 ​ແລະ ສຳ​ເລັດ​ການ​ກໍ່ສ້າງ​ໃນ​ປີ 2013 ດ້ວຍ​ມູນ​ຄ່າ​ການ​ກໍ່ສ້າງ 5 ລ້ານ​ກວ່າ​ໂດ​ລາ​ສະຫລັດ ​ເຊິ່ງ​ແມ່ນ​ແຂວງ​ຢູນານ ສປ ຈີນ ມອບ​​ເປັນ​ຂອງຂວັນ ​ໃຫ້​ແກ່​ລັດຖະບານ​ລາວ ​ເພື່ອ​ເປັນ​ການ​ຊ່ວຍ​ພັດທະນາ​ຂະ​ແໜງ​ການ​ປູກຝັງ, ລ້ຽງສັດ ​ໃນ​ເຂດ​ພາກ​ເໜືອ​ຂອງລາວ ເຊິ່ງໄດ້ເລີ່​ມຜະລິດ​ອາຫານ​ສັດ ​ອອກ​ສູ່​ສັງຄົມ ໃນວັນ 21 ມີ​ຖຸນາ 2015. ມາ​ຮອດ​ປະ​ຈຸບັນ ຜະລິດ​ໄດ້​ທັງ​ໝົດ  440 ກວ່າ​ໂຕນ, ມີ​ອາຫານ​ປາ, ອາຫານ​ໝູ, ອາຫານ​ໄກ່ ​ ​ໄດ້​ຈຳໜ່າຍ​ແລ້ວ ຢູ່​ແຂວງ​ອຸດົມ​ໄຊ, ​ແຂວງ​ຫລວງ​ນ້ຳ​ທາ, ​ໄຊ​ຍະ​ບູລີ, ຫລວງ​ພະ​ບາງ ​ແລະ ຜົ້ງ​ສາລີ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ ບໍລິສັດ​ໄດ້​ເປີດ​ໂຮງ​ອົບ​ສາ​ລີ ຢູ່​ແຂວງ​ອຸດົມ​ໄຊ​ຕື່ມອີກ ​ເພື່ອ​ເກັບ​ຊື້​ສາລີຈາກ​​ກະສິກອນມາ​ອົບ​​ເພື່ອ​ປ້ອນ​ໂຮງງານ ​ ​ແລະ ສ່ວນ​ທີ່​ເຫລືອ​ສົ່ງ​ອອກ. ມາ​ຮອດ​ປະຈຸ​ບັນ ສາມາດ​ເກັບ​ຊື້​ສາລີ​ອົບ​ແລ້ວ ປະມານ 1.000 ​ໂຕນ ​ແລະ ພາຍ​ໃນ 1 ປິ ບໍລິສັດ ​ໄດ້​ວາງ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ຜະລິດ​ອາຫານ​ສັດ​ທັງ​ໝົດ 15.000 ​ໂຕນ, ​ເຊິ່ງ​ມີ​ອາຫານ​ປາ 10.000 ​ໂຕນ, ສັດ​ປີກ 2.500 ​ໂຕ​ນ, ໝູ 2.000 ​ໂຕນ, ງົວ 500 ​ໂຕນ, ​ໃນ​ນີ້​ຕ້ອງການ​ວັດ​ຖຸດິບ​ພາຍ​ໃນ ກໍຄື​ສາລີ ຢ່າງ​ໜ້ອຍ 15.000-20.000 ​ໂຕ​ນ ​ເຊິ່ງ​ແມ່ນ​ສາລີ​ຢູ່​ພາກ​ເໜືອ​ໃນ​ປະຈຸ​ບັນ. ​ໃນ​ຕໍ່​ໜ້າ ບໍລິສັດ​ມີ​ແຜນການ​ລົງທຶນຢູ່​ລາວ ​ໂດຍ​ຈະ​ສ້າງ​ບໍລິສັດ​ກະສິກຳ, ອຸດສາຫະກຳ ​ແລະ ບໍລິສັດ​ລ້ຽງສັດ ​ເພື່ອ​ພັດທະນາ​ກະສິກຳ, ປ່າ​ໄມ້, ລ້ຽງ ສັດ ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ.

​ ໃນ​ໂອກາດ​ດຽວ​ກັນນີ້, ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ​ໄດ້​ໄປ​ຢ້ຽມຢາມ ​​ໂຄງການ​ກໍ່ສ້າງ ສະຖານີ​ຖ່າຍ​ທອດ​ ວິທະຍຸ-​ໂທລະພາບ ​ແຫ່ງ​ຊາດ ປະຈຳ​ພາກ​ເໜືອ ​ແຂວງ​ອຸດົມ​ໄຊ ລວມມີໜ້າ​ວຽກ​ທັງ​ໝົດ 15 ລາຍການ, ​ ດ້ວຍ​ມູນຄ່າ​ການ​ກໍ່ສ້າງ 1,7 ຕື້​ກວ່າ​ດົງ( ສະກຸນ​ເງິນ​ຫວຽດນາມ). ມາ​ຮອດ​ປະຈຸ​ບັນ ກຳລັງ​ຂຸ້ນຂ້ຽວ​ດຳ​ເນີນ​ການ​ກໍ່ສ້າງ ​​ເພື່ອ​ໃຫ້​ສຳ​ເລັດ​ຕາມ​ແຜນການ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...