spot_img
Homeຂ່າວຕ່າງປະເທດເມື່ອພະເອກຮໍລີວູດ "ລິຊາລ ເກຍ"ປອມເປັນຄົນຂາດເຮືອນທົດສອບປະຕິກິລິຍາຜູ້ຄົນ

ເມື່ອພະເອກຮໍລີວູດ “ລິຊາລ ເກຍ”ປອມເປັນຄົນຂາດເຮືອນທົດສອບປະຕິກິລິຍາຜູ້ຄົນ

Published on

1444392707_14443691611444369389l

ເມື່ອວັນທີ່ 9 ຕຸລາທີ່ຜ່ານມາ ນັບວ່າເປັນດາລາດັງທີ່ອາຍຸກໍຫລາຍແລ້ວ ແຕ່ຍັງຮັກສາຄວາມເຈົ້າຊູ້ໄວ້ໄດ້ ລວມເຖິງການໃຊ້ຊີວິດແບບສຸດໆນໍາອີກ ສໍາຫລັບ ຊຸບເປີລສຕາລຮໍລີວູດກໍ່ຄື “ລິຊາລ ເກຍ” ຊຶ່ງໄດ້ໂພດຮູບລົງເຟຊບຸກສ່ວນໂຕ ບອກເລົ່າເຖິງການເຮັດພາລະກິດຄັ້ງຍິ່ງໃຫຍ່ ດ້ວຍການຕັດສິນໃຈປ່ຽນຮູບຮ່າງເປັນ ຄົນຂາດເຮືອນ ໂດຍຮູບທີ່ເຫັນນີ້ ລິຊາລ ໃສ່ເສື້ອແຈກເກັດສີຟ້າແຄບນ້ຳຕານກັບໂສ້ງສີຂຽວອ່ອນ ແຖມຖົງຕີນທີ່ໃສ່ຍັງສະຫລັບສີ ກ່ອນໃສ່ໝວກພ້ອມກັບຫນ້າທີ່ບໍ່ໄດ້ແຖໜວດນັ່ງກອດເຂົ່າເບິ່ງດ້ວຍສາຍຕາຫົດຫູ່ຈົນເອີ້ນວ່າຖ້າເບິ່ງຜ່ານໆຄືຄົນຂາດເຮືອນແທ້ໆເລີຍກໍວ່າໄດ້
ລິຊາລ ໄດ້ບັນຍາຍໄລຍະເວລາທີ່ຕົວເອງຢາກເປັນຄົນຂາດເຮືອນວ່າ “ຕອນທີ່ຂ້ອຍຕັດສິນໃຈປອມໂຕເປັນຄົນຂາດເຮືອນໃນນະຄອນນິວຢອກ ບໍ່ມີໃຜຮູ້ວ່າເປັນຂ້ອຍ ຜູ້ຄົນຕ່າງຍ່າງຜ່ານຂ້ອຍໄປແລະເບິ່ງດ້ວຍສີໜ້າເບິ່ງດູຖູກ ຍົກເວັ້ນຜູ້ຍິງພຽງຄົນດຽວ ທີ່ເມດຕາພໍທີ່ຈະໃຫ້ອາຫານກັບຂ້ອຍ ມັນເປັນປະສົບການທີ່ຂ້ອຍບໍ່ມີມື້ລືມ ດັ່ງນັ້ນຫລາຍເທື່ອເຮົາມັກລືມໄປວ່າເຮົາມີຄວາມສຸກໄດ້ແບບໃດ ເຮົາບໍ່ຄວນທີ່ຈະໃຊ້ເວລາກັບການໄດ້ຮັບ ຖ້າເຮົາສາມາດຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອໄດ້ ກໍຄວນເຮັດ ນັ້ນແຫລະເປັນຫຍັງຫລັງຈາກທີ່ຂ້ອຍໄດ້ປອມໂຕເປັນຄົນຂາດເຮືອນແລ້ວ ຂ້ອຍຍ່າງໄປທົ່ວ ໃຫ້ອາຫານແລະເງິນອີກ 100 ໂດລາກັບຄົນຂາດເຮືອນທຸກຄົົນທີ່ຂ້ອຍເຫັນ ພວກເຂົາຮ້ອງໄຫ້ ແລະ ຮູ້ສຶກຂອບໃຈ ຈົ່ງປ່ຽນແປງສິ່ງທີ່ເຈົ້າປາດຖະຫນາທີ່ຈະເຫັນໃນໂລກໜ່ວຍນີ້”

1444392877_dddddff

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...