spot_img
Homeຄວາມງາມວິທີລ້າງເຄື່ອງສຳອາງແບບມືອາຊີບ

ວິທີລ້າງເຄື່ອງສຳອາງແບບມືອາຊີບ

Published on

1
ເຄີຍສົງໄສບໍ່ວ່າ ເປັນຫຍັງລ້າງໜ້າແລະລ້າງເຄື່ອງສຳອາງສະອາດດີແລ້ວ ແຕ່ຜິວກໍຍັງບໍ່ງາມໃສ ຊ້ຳຍັງມີສິວກວນໃຈຢູ່ສະເໝີ ນັ້ນອາດຈະເປັນເພາະສິ່ງທີ່ເຈົ້າໝັ່ນໃຈວ່າສະອາດແລ້ວ ບໍ່ເປັນຢ່າງທີ່ຄິດເພາະການລ້າງເຄື່ອງສຳອາງໃຫ້ສະອາດໃສ ຕ້ອງລ້າງຕາມວິທີທີ່ລາວໂພສຈະນຳມາຝາກ
1. ວາງສຳລີປະໄວ ຕອນເຊັດເຄື່ອງສຳອາງຕາທ່ານອາດຮູກຖູຈົນເຕັມແຮງເພື່ອໃຫ້ເຄື່ອງສຳອາງຫລຸດໝົດເລີຍແມ່ນບໍ່ ແຕ່ທີ່ຈິງແລ້ວຖ້າເຮັດແບບນັ້ນໃນອານາຄົດຕາຫ່ຽວຖາມຫາແນ່ນອນ ທາງທີ່ດີຄວນໃຊ້ອາຍເມກອັບລີມູຟເວີເທລົງໄປເທິງສຳລີແລ້ວນຳສຳລີມາແປະຖິ້ມໄວ້ບໍລິເວນທີ່ຈະເຊັດຈັກ20-30 ວິນາທີ ແລ້ວຄ່ອຍຖູອອກເບົາໆ ຈະຊ່ວຍໃຫ້ເຄື່ອງສຳອາງຫລຸດງ່າຍຂຶ້ນ
2
2. ໃຊ້ສຳລີແຜ່ນ ສາວໆຄົນໃດທີ່ໃຊ້ແຕ່ສຳລີກ້ອນມົນໃນການລ້າງເຄື່ອງສຳອາງ ຂໍໃຫ້ລອງປ່ຽນມາໃຊ້ແບບແຜ່ນສີ່ຫລ່ຽມເບິ່ງ ເພາະສຳລີແບບແຜ່ນບໍ່ຄ່ອຍຖິ້ມໃຍສຳລີໄວ້ເທິງໜ້າຊຶ່ງນັ້ນອາດຈະເຮັດໃຫ້ໜ້າເກີດການລະຄາຍເຄືອງໄດ້ແຖມສຳລີແບບແຜ່ນຍັງຊ່ວຍລ້າງເຄື່ອງສຳອາງໄດ້ດີກວ່າ
3
3. ຢ່າຄິດວ່າຜ້າປຽກຈະລ້າງເຄື່ອງສຳອາງອອກໄດ້ໝົດຈົດ ເພາະຈັ່ງໃດການໃຊ້ເມກອັບລີມູຟເວີລ໌ໂດຍສະເພາະເລີຍກໍຍັງຊ່ວຍໃຫ້ລ້າງໄດ້ສະອາດອ່ຽມຫລາຍກວ່າ ແລະຜ້າປຽກກໍຊ່ວຍເຊັດລ້າງໄດ້ພຽງເຄື່ອງສຳອາງເທົ່ານັ້ນ ແຕ່ບໍ່ໄດ້ຊ່ວຍໃນເລື່ອງຂອງການບຳລຸງຜິວເລີຍ
4
4.ບໍ່ເຊັດໜ້າ ຖ້າເຊັດລ້າງເຄື່ອງສຳອາງດ້ວຍນ້ຳໜັກມືທີ່ໜັກເກີນໄປ ໂດຍສະເພາະບໍລິເວນຮອບດວງຕາ ບອກເລີຍວ່າອີກບໍ່ດົນຜິວຈະຫ່ຽວແລະມີລິ້ວຮອຍຕາມມາແນ່ນອນ ຖ້າໃຊ້ຄີມຫລືອອຍລ໌ໃນການລ້າງເຄື່ອງສຳອາງ ກໍໃຫ້ໃຊ້ນິ້ວນາງລູບເບົາໆ ໃຫ້ເຄື່ອງສຳອາງຫລຸດອອກຫລາຍພໍແຕ່ຖ້າໃຊ້ຄີນຊິ່ງແບບນ້ຳ ເວລາກົດໃສ່ສຳລີແລ້ວເຊັດເບົາໆ ຈົນກວ່າສຳລີຈະຂາວກໍສະອາດອ່ຽມແລ້ວ

5.ລ້າງໃຫ້ສະອາດທຸກຄືນ ເຖິງແມ່ນຈະຢາກນອນຫລາຍຂະໜາດໃດ ກໍຍັງນອນໂດຍທີ່ໜ້າຍັງຈັດເຕັມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...