spot_img
Home​ຂ່າວບັນເທິງເອົາໃຈຊ່ວຍດາວດິນ ເອົາພໍ່ໄປປົວອາການແພ້

ເອົາໃຈຊ່ວຍດາວດິນ ເອົາພໍ່ໄປປົວອາການແພ້

Published on

ດາວດິນຖິ່ນຈຳພອນ
ສິລະປິນ ດາວດິນ ຖິ່ນຈຳພອນ

ດາວດິນຖິ່ນຈຳພອນ ເຈົ້າຂອງຜົນງານເພງ ໝໍ້ໜຶ້ງຮ້ອງຄືນ້ອງເອີ້ນຫາ ແລະ ດອກຍາງຫ່າງຕົ້ນ ທີ່ກຳລັງເປັນເພງບ້ານນາໂດ່ງດັງ ໃນປັດຈຸບັນ ໄດ້ເອົາພໍ່ຂອງຕົນ ໄປເຂົ້າໂຮງໝໍຍ້ອນມີອາການ ຕົກເກັດເປື່ອຍລຸກລາມໄປທົ່ວໃບໜ້າ ແລະຮ່າງກາຍ.
ພໍ່ ວຽງໄຊ ນັນທາທິລາດ (ພໍ່ແທ້ໆຂອງດາວດິນ ຖິ່ນຈຳພອນ) ເຊິ່ງເປັນຄົນສະແດງໃນວິດີໂອປະກອບເພງ ໝໍ້ໜຶ້ງຮ້ອງຄືນ້ອງເອີ້ນຫາ ແລະ ດອກຍາງຫ່າງຕົ້ນ ໄດ້ເກີດມີອາການຕົກເກັດເປື້ອຍ ລຸກລາມໄປ ຈຶ່ງໄດ້ໃຊ້ຢາພື້ນເມືອງມາປິ່ນປົວ ແຕ່ອາການບໍ່ດີຂຶ້ນແລະຮ້າຍແຮງຂຶ້ນເລື້ອຍໆ ຈົນເຖິງວັນທີ 10 ຕຸລາ 2015 ທາງຄອບຄົວຈຶ່ງໄດ້ນຳສົ່ງໂຮງໝໍແຂວງ ສະຫວັນນະເຂດ ແຕ່ຖືກສົ່ງຕໍ່ໄປຍັງໂຮງໝໍ ມຸກດາຫານ ເພື່ອທຳການປິ່ນປົວ.
ແພດບົ່ງມະຕິວ່າ ເປັນອາການແພ້ແລະຕິດເຊື້ອ ເນື່ອງຈາກເບື້ອງຕົ້ນນັ້ນໄດ້ປິ່ນປົວ ດ້ວຍຢາພື້ນເມືອງ ເຊິ່ງອາດຈະເຮັດເປັນສາເຫດຂອງ ການຕິດເຊື້ອລຸກລາມໄປທົ່ວຮ່າງກາຍ ດັ່ງນັ້ນ, ຈຶ່ງຕ້ອງໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່.
ຫຼ້າສຸດໝໍໄດ້ໃຫ້ຢາຕ້ານເຊື້ອ, ມີອາການຊົງໂຕ ແລະຄ່ອຍໆດີຂຶ້ນເລື້ອຍໆ ຈັ່ງໃດ ທີມຂ່າວບັນເທີງ ລາວໂພສ ກໍຂໍເອົາໃຈຊ່ວຍດາວດິນ ຖິ່ນຈຳພອນ ໄດ້ປິ່ນປົວພໍ່ໃຫ້ຫາຍດີໄວໆ ເດີ້

ດາວດິນ ຖິ່ນຈຳພອນ
ພໍ່ ວຽງໄຊ ນັນທາທິລາດ ພໍ່ຂອງດາວດິນ (ຕອນທີ່ກຳລັງສະແດງໃນວິດີໂອເພງ ໝໍ້ໜຶ້ງຮ້ອງຄືນ້ອງເອີ້ນຫາ)
ດາວດິນຖິ່ນຈຳພອນ
ດາວດິນ ຖິ່ນຈຳພອນ ກຳລັງເບິ່ງແຍງພໍ່ ທີ່ໂຮງໝໍມຸກດາຫານ

ເພງ: ໝໍ້ໜຶ້ງຮ້ອງຄືນ້ອງເອີ້ນຫາ

ເພງ: ດອກຍາງຫ່າງຕົ້ນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...