Homeຄວາມງາມກຳຈັດຮອຍຕີນກາດ້ວຍວິທີງ່າຍໆ

ກຳຈັດຮອຍຕີນກາດ້ວຍວິທີງ່າຍໆ

Published on

iStock_000035052536_Small-600x393
ບໍ່ອາດປະຕິເສດໄດ້ວ່າຕອນນີ້ຕໍ່ໃຫ້ເຈົ້າມີອາຍຸ 40 ກວ່າ ທ່ານກໍເຮັດໃຫ້ທ່ານເອງສາວໄປຕະຫລອດການ ທັງສັນຍະກ, ສີດຟິນເລີ ແຕ່ເຈົ້າຈະແນ່ໃຈໄດ້ຢ່າງໃດວ່ານັ້ນຄືສິ່ງທີ່ປອດໄພຮ້ອຍເປີເຊັນ ຍິ່ງຮອຍຕີນກາທີ່ເປັນບັນຫາກວນໃຈສາວໆບາງຄົນມີຕັ້ງແຕ່ຍັງສາວໆ ຈະດີກວ່າບໍ່ຖ້າເຈົ້າຮູ້ຈັກເບິ່ງແຍງຕົວເອງຫລີກໜີຕີນກາ ໄດ້ດ້ວຍວິທີທຳມະຊາດທີ່ບໍ່ທຳຮ້າຍເຈົ້າ ຍິ່ງກັບດວງຕາແລ້ວ ວິທີທຳມະຊາດອາດຄືວິທີທີ່ເຈົ້າເບິ່ງຂ້າມ
1. ໃຊ້ຄີມກັນແດດ ເຮົາເວົ້າຈົນປາກປຽກປາກວ່າໃຫ້ໃຊ້ຄີມກັນແດດ ເພາະນອກຈາກຈະຊ່ວຍປ້ອງກັນພະຍາດມະເຮັງຜິວໜັງແລ້ວ ຍັງສາມາດປ້ອງກັນການທຳລາຍຜິວໄດ້ດ້ວຍແສງແດດທຳລາຍຜິວເຈົ້າໄດ້ຫລາຍກວ່າທີ່ເຈົ້າຄິດ ລວມໄປເຖິງຕີນກາດ້ວຍນັ້ນເອງ
2. ໃສ່ແວ່ນກັນແດດ ສາວໆຫລາຍຄົນຮູ້ສຶກເສີຍໆກັບການໃສ່ແວ່ນກັນແດດ ແຕ່ຮູ້ບໍ່ສາວໆ ແວ່ນກັນແດດນີ້ຊ່ວຍໃຫ້ໜີຕີນກາ ໄດ້ບໍ່ວ່າຈະໄປໃສຢ່າລືມພົກໄປແລ້ວຢ່າງລືມໃສ່
3. ໃຊ້ eye creamເປັນການແກ້ບັນຫາທີ່ກົງຈຸດທີ່ມີຄວາມສ່ຽງນ້ອຍສຸດ ໂດຍເລືອກໃຊ້ອາຍຄີມທີ່ເນັ້ນເລື່ອງຮອງຮອຍ ແລະ ເຕີມເຕັມຂຸມເລິກ ຈະຊ່ວຍລຸດຄວາມແຈ້ງຂອງຕີນກາໄດ້
5. ນວດຮອບດວງຕາ ຕີນກາເກີດຈາກການກະຕຸກຂອງໃບໜ້າຢ່າງວ່ອງໄວເຊັ່ນການຍິ້ມ ຫົວ ຊຶ່ງໄປເພີ່ມຮອງຮອຍຂອງໃບໜ້າໄດ້ງ່າຍ ເພາະສະນັ້ນເຈົ້າຈຶ່ງຄວນຜ່ອນຄາຍຜິວໜັງບໍລິເວນຕ່າງໆທີ່ມີຮອງຮອຍແລະຢ່າລືມທາຄີມບຳລຸງນຳ
6. ນວດໜ້າບ້າງ ຕໍ່ເນື່ອງຈາກຂໍ້ທີ່ແລ້ວ ການນວດໜ້າຈະຊ່ວຍຜ່ອນຄາຍອາການຕຶງຕ່າງໆຂອງໃບໜ້າ ແລະຍັງຊ່ວຍກະຕຸ້ນລະບົບໝຸນວຽນເລືອດຂອງໃບໜ້າດ້ວຍຖ້າມີເງີນກໍໄປນວດທີ່ຮ້ານເລີຍເພາະບໍ່ຕ້ອງລຳບາກເຮັດເອງແຕ່ຖ້າງົບນ້ອຍ ກໍລອງຫາເຄື່ອງນວດໜ້າຫລືວິທີໂຍຄະໜ້າກໍໄດ້

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...