spot_img
Homeຂ່າວການພັດທະນາເຂື່ອນໄຟຟ້າດອນສະໂຮງ ເຂື່ອນນ້ຳຂອງທາງພາກໃຕ້ຂອງລາວ ຈະເລີ່ມກໍ່ສ້າງທ້າຍເດືອນຕຸລານີ້!

ເຂື່ອນໄຟຟ້າດອນສະໂຮງ ເຂື່ອນນ້ຳຂອງທາງພາກໃຕ້ຂອງລາວ ຈະເລີ່ມກໍ່ສ້າງທ້າຍເດືອນຕຸລານີ້!

Published on

lao-don-sahong-dam-map-600

ຂປລ. ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ເປັນໂຄງການ ຜະລິດກະ​ແສໄຟຟ້າ ໂດຍອີງໃສ່ ການໄຫລຂອງນໍ້າ ຕາມທໍາມະຊາດ ເພາະເປັນລະບົບ ຝາຍນໍ້າລົ້ນ ເຊິ່ງຈະເລີ່ມລົງມືກໍ່ສ້າງເຂື່ອນ ໃນທ້າຍເດືອນຕຸລາ 2015 ນີ້ ແລະ ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ໄຟຟ້າໄດ້ 260 ເມກາວັດ (MW).

ທ່ານ ບຸນເພັງ ດວງມາລາ ຜູ້ປະສານງານດ້ານສັງຄົມ ຂອງໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ໃຫ້ຮູ້ວ່າ: ໂຄງການນີ້ ລັດຖະບານລາວ ໄດ້ເຊັນຂໍ້ຕົກລົງ ໃຫ້ພັດທະນາໂຄງການ ໃນທ້າຍເດືອນເມສາ ປີ 2008, ຈາກນັ້ນ ກໍໄດ້ມີການສໍາຫລວດ ສຶກສາຄວາມເປັນໄປໄດ້, ສຶກສາດ້ານຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ຂຽນບົດວິພາກເສດຖະກິດ ຕາມຂັ້ນຕອນຕ່າງໆ ຂອງການລົງທຶນ, ເຊິ່ງມີມູນຄ່າການລົງທຶນທັງໝົດ 500 ລ້ານໂດລາສະຫະລັດ, ໃນນັ້ນ ບໍລິສັດເມກາເຟີສ ປະເທດ ສ ເກົາຫລີ ຖືຮຸ້ນ 80%, ບໍລິສັດໄຟຟ້າລາວຖືຮຸ້ນ 20%. ມາຮອດປີ 2015 ຈຶ່ງໄດ້ດໍາເນີນ ການກໍສ້າງໂຄງການ, ປັດຈຸບັນໄດ້ສໍາເລັດການກໍ່ສ້າງ ຂົວຂ້າມນໍ້າຂອງຈາກເວີນຄາມ ​ໄປ​ຫາດອນສະດໍາ, ສໍາເລັດການສ້າງທ່າເຮືອ ຢູ່ເວີນຄາມ ແລະ ທ່າເຮືອ ຢູ່ຫາງດອນສະໂຮງ. ສ່ວນວຽກປັບໜ້າດິນ ຢູ່ເຂດຍົກຍ້າຍ-ຈັດສັນປະຊາຊົນ 3 ບ້ານ ຄື: ບ້ານດອນສະໂຮງ, ບ້ານຫາງດອນສະດໍາ ແລະ ຫົວດອນສະດໍາ, ມີ 14 ຄອບຄົວ, ມີຈໍານວນພົນ 89 ຄົນ ທີ່ໄດ້ຮັບຜົນກະທົບ ໂດຍກົງຈາກໂຄງການ ແມ່ນກໍາລັງດໍາເນີນການ, ນອກນີ້ ກໍາລັງກະກຽມປັບພື້ນທີ່ ໃນເຂດທີ່ຈະກໍ່ສ້າງໂຮງຮຽນ ມັດທະຍົມດອນສະດໍາ, ສຸກສາລາ, ຕະຫລາດ ແລະ ກໍາລັງກະກຽມຍົກຍ້າຍ ອຸປະກອນເຂົ້າເຂດກໍ່ສ້າງ ເພື່ອຈະເລີ່ມວຽກງານ ກໍ່ສ້າງເຂື່ອນໄຟຟ້າ ໃນທ້າຍເດືອນຕຸລາ ປີ 2015 ນີ້ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2019.

ທ່ານ ບຸນເພັງ ໃຫ້ຮູ້ຕື່ມອີກວ່າ: ໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ເປັນໂຄງການຜະລິດໄຟຟ້າ ໂດຍອີງໃສ່ການໄຫລຂອງ ນໍ້າຕາມທໍາມະຊາດ ເພາະເປັນລະບົບຝາຍນໍ້າລົ້ນ ແລະ ບໍລິມາດນໍ້າຂອງ ທີ່ໄຫລຜ່ານຮູສະໂຮງ ມີພຽງ 5% ຂອງແມ່ນໍ້າຂອງທັງໝົດ, ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ກະ​ແສໄຟຟ້າ​ໄດ້ 260 ເມກາວັດ (MW) ໂດຍແມ່ນບໍລິສັດ ໄຟຟ້າລາວ ຈະເປັນຜູ້ຮັບຊື້ ເພື່ອຕອບສະໜອງ ກະແສໄຟຟ້າພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...