Homeຂ່າວພາຍ​ໃນຮອດປີ 2020 ແຂວງເຊກອງ ຈະສາມາດຄ້ຳປະກັນດ້ານສະບຽງອາຫານ!

ຮອດປີ 2020 ແຂວງເຊກອງ ຈະສາມາດຄ້ຳປະກັນດ້ານສະບຽງອາຫານ!

Published on

194

ຂປລ. ​ ແຂວງ​ເຊ​ກອງ ໄດ້​ວາງ​ຄາດໝາຍ​ຮອດ​ປີ 2020 ຈະ​ສາມາດ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ໄດ້​ໂດຍ​ພື້ນຖານ​ ເປັນ​ຕົ້ນ​ແມ່ນ​ການ​ປູກ​ເຂົ້າ, ສູ້​ຊົນ​ຜະລິດ​ຊີ້ນ, ປາ ​ ແລະ ​ໄຂ່​ໃຫ້​ໄດ້ຫລາຍ ສະ​ເລ່ຍ ການ​ບໍລິ​ໂພ​ກຊີ້ນ​, ປາ ​ແລະ ​ໄຂ່​​ໃຫ້​ຢູ່​ລະດັບ 62 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ.

ຂໍ້​ ມູນ​ລາຍ​ງານ ​ຈາກ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ແຂວງ​ເຊ​ກອງ​ໃຫ້​ຮູ້​ວ່າ: ຮອດ​ປີ 2020 ​ແຂວງ​ເຊ​ກອງ ຈະ​ສາມາດ​ຄ້ຳປະກັນດ້ານ​ສະບຽງ​ອາຫານ​ ໄດ້​ໂດຍ​ພື້ນຖານ ​ໂດຍ​ເລັ່ງ​ໃສ່​ ການ​ຜະລິດ​ເຂົ້າ​ໃຫ້​ໄດ້ 58 ພັນ​ກວ່າໂຕນ​ຕໍ່​ປີ, ດ້ວຍ​ສະມັດ​ຕະພາບ 4,7 ​ໂຕນ​ຕໍ່​ເຮັກຕາ, ສະ​ເລ່ຍ​ເຂົ້າ​ເປືອກ​ໃຫ້​ໄດ້ 400-500 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ, ຜະລິດ​ຊີ້ນ, ປາ ​ແລະ​ໄຂ່ ​ເພື່ອ​ສະໜອງ​ ໃຫ້​ຕະຫລາດພາຍ​ໃນ, ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ປະຊາຊົນ​ໃຫ້​ໄດ້ 8.145 ​ໂຕນ, ສະ​ເລ່ຍການ​ບໍລິ​ໂພ​ກຊີ້ນ, ປາ ​ແລະໄຂ່ 62 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ດ້ວຍ​ການ​ຄົ້ນຄວ້າ​ ວິທະຍາສາດ​ເຕັກນິກ ​ກະສິກຳ​ຕິດ​ພັນ​ກັບ ​ການ​ສົ່ງ​ເສີມ​ການ​ຜະລິດ ​ຢ່າງ​ມີ​ຈຸດ​ສຸມ ​ແລະ ມີ​ເປົ້າ​ໝາຍ.

​ ໃນ​ໄລຍະ​ຜ່ານ​ມາ ​​ແຂວງ​ເຊ​ກອງ ກໍ​ຄື​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ໄດ້​ເອົາ​ໃຈ​ໃສ່​ຊຸກ ຍູ້​ສົ່ງ​ເສີມປະຊາຊົນ ​ສຸມ​ໃສ່​ການ​ຜະລິດ​ສະບຽງ​ອາຫານ ​ແລະ ປູກ​ພືດ, ລ້ຽງສັດ​ເປັນ​ສິນຄ້າ, ເຮັດ​ໃຫ້​ແນວທາງ​ຂອງ​ພັກ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ​ຢ່າງ​ເປັນ​ຮູບ​ປະ​ທຳ ​ເປັນ​ຕົ້ນ​ແມ່ນ ​ການ​ຜະລິດ​ເຂົ້າ​ ສາມາດ​ບັນລຸ​ໄດ້ ຕາມ​ຄາດໝາຍ​ສະ​ເລ່ຍ 350-400 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ, ການ​ລ້ຽງສັດ ​ກໍຂະຫຍາຍຕົວ​ເພີ່ມ​ຂຶ້ນ.  ​ປັດຈຸບັນ ທົ່ວ​ແຂວງ​ມີ​ຄວາຍ 30 ພັນ​ກວ່າໂຕ, ງົວ 26 ພັນ​ກວ່າ​ໂຕ, ​ແບ້ 29 ພັນ​ກວ່າໂຕ, ໝູ 199.942 ​ໂຕ, ສັດ​ປີກ 1 ລ້ານ​ກວ່າໂຕ ​ແລະ ມີ​ໜອງ​ປາ 1.698 ໜອງ​ສາມາດ​ລ້ຽງ​ປາ​ໄດ້​ທັງ​ໝົດ 2 ລ້ານ​ກວ່າ​ໂຕ.

ການ​ ລົງທຶນ​ຂອງ​ບັນດາ​ຜູ້​ປະກອບ​ການ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃນ​ຂະ​ແໜງ​ກະສິກຳ-ປ່າ​ໄມ້ ​ກໍ​ນັບ​ມື້​ເພີ່ມ​ຂຶ້ນ ​ເປັນ​ຕົ້ນ​ການ​ປູກ​ຢາງພາລາ​ມີ​ເຖິງ 7.400 ​ເຮັກຕາ ​ເລີ່​ມກີດ​ຢາງ​ແລ້ວ 3.000 ​ເຮັກຕາ, ນອກ​ນັ້ນ ​ການ​ປູກ​ພືດ​ອຸດສາຫະກຳ​ປ້ອນ​ໂຮງງານ​ກໍ​ມີ​ການ​ເພີ່ມ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...