spot_img
Homeຂ່າວຕ່າງປະເທດລາຊາໝາກເຜັດ! ຊາຍຈີນກິນໝາກເຜັດ ມື້ລະ 2 ກິໂລເຄິ່ງ ບາງມື້ກິນແທນເຂົ້າເລີຍ!

ລາຊາໝາກເຜັດ! ຊາຍຈີນກິນໝາກເຜັດ ມື້ລະ 2 ກິໂລເຄິ່ງ ບາງມື້ກິນແທນເຂົ້າເລີຍ!

Published on

558000012124901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ຕຸລານີ້ວ່າ ປະຊາຄົມອອນລາຍຈີນ ກຳລັງຮືຮາກັບລົດນິຍົມໃນຄວາມເຜັດແບບເຫລືອເຊື່ອ ເມື່ອທ້າວ ລີ່ຢົງຈື້ ປະຊາຊົນເມືອງເຈິ້ງໂຈວ ແຂວງເຫີໜານ ແຊັ້ມການແຂ່ງຂັນກິນໝາກເຜັດຈາກຫລາຍເວທີໃນທົ່ວປະເທດຈີນ ໄດ້ອອກມາໃຫ້ສຳພາດກັບສື່ມວນຊົນວ່າ ສິ່ງທຳອິດທີ່ລາວເຮັດ ພາຍຫລັງຈາກການຕື່ນນອນ ແມ່ນການກິນໝາກເຜັດ, ຈາກນັ້ນ ລາວກໍມັກກິນໝາກເຜັດ ເປັນຂະໜົມກິນຫລິ້ນໃນເວລາວ່າງ ຊຶ່ງໂດຍສະເລ່ຍແລ້ວ ລາວຈະກິນໝາກເຜັດປະມານມື້ລະ 2 ກິໂລເຄິ່ງ ຫລື 2.5 ກິໂລກຣາມ.

ລາຊາໝາກເຜັດທ່ານນີ້ຍັງກ່າວວ່າ ລາວມັກກິນໝາກເຜັດມາຕັ້ງແຕ່ນ້ອຍ ໂດຍອາຫານຂອງລາວບໍ່ຈຳເປັນຈະຕ້ອງມີຊີ້ນ ຫລື ໄຂ່ໄດ້ ແຕ່ຫ້າມຂາດໝາກເຜັດເດັດຂາດ ເພາະຖ້າຫາກບໍ່ມີໝາກເຜັດ ກໍຈະຮູ້ສຶກວ່າອາຫານບໍ່ມີລົດຊາດ.  ນອກຈາກນັ້ນ, ລາວຍັງເຄີຍກິນໝາກເຜັດຜົງ ຈຳນວນ 2 ຖ້ວຍ ແທນການກິນເຂົ້າອີກດ້ວຍ.

558000012124902

ປັດຈຸບັນ ທ່ານ ລີ່ຢົ່ງຈື້ ໄດ້ປູກຕົ້ນໝາກເຜັດ 8 ສາຍພັນທີ່ເຜັດທີ່ສຸດໃນໂລກ ໄວ້ໃນບໍລິເວນສວນຫລັງບ້ານຂອງລາວ ແລະ ລາວຈະກິນໝາກເຜັດຄືແນວນີ້ທຸກມື້ ໂດຍຫລາຍຄົນມັກສົງໄສວ່າ ການກິນເຜັດຫລາຍເກີນພໍດີ ອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງລາວໄດ້.  ແນວໃດກໍຕາມ, ຜົນການກວດສຸຂະພາບຂອງລາວ ຊ້ຳພັດບອກວ່າ ລາວຍັງມີສຸຂະພາບແຂງແຮງດີ ຄືກັນກັບຄົນປົກກະຕິທົ່ວໄປ.

558000012124903

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...