spot_img
Homeຂ່າວພາຍ​ໃນລັດຖະບານເລັ່ງແກ້ໄຂ ວິທີເກັບລາຍຮັບງົບປະມານ ໃຫ້ໄດ້ຕາມຄາດໝາຍ!

ລັດຖະບານເລັ່ງແກ້ໄຂ ວິທີເກັບລາຍຮັບງົບປະມານ ໃຫ້ໄດ້ຕາມຄາດໝາຍ!

Published on

article
(ພາບປະກອບ)
ຂປລ. ລັດຖະບານ ໄດ້ເລັ່ງແກ້ໄຂ ແລະ ວາງທິດທາງຄາດໝາຍ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016 ເພື່ອຮັບປະກັນ ເຮັດໃຫ້ ງົບປະມານແຫ່ງລັດ ໄດ້ຕາມຄາດໝາຍ ແລະ ຮັກສາໄດ້ສະຖຽນລະພາບ ຂອງເສດຖະກິດມະຫາພາກ, ແຜນລາຍຮັບ-ລາຍຈ່າຍ ງົບປະມານ ແຫ່ງລັດ.ທ່ານ ດຣ. ລຽນ ທີແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ໄດ້ເປີດເຜີຍ​ເມື່ອບໍ່ນານນີ້ວ່າ: ຜ່ານມາການບໍ່ລວມສູນງົບປະມານ ເປັນສາເຫດສໍາຄັນ ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນ, ສ້າງໜີ້ສິນໃຫ້ແກ່ງົບປະມານ ແລະ ບໍ່ສາມາດ ສ້າງຄັງແຮສະສົມຂອງລັດ ໄດ້ຕາມແຜນການ ບັນດາມາດຕະການ ຈໍານວນໜຶ່ງ ທີ່ລັດຖະບານ ໄດ້ຮັບຮອງໃນຕົ້ນສົກ ງົບປະມານບໍ່ຖືກຈັດຕັ້ງປະຕິບັດ ຫລື ມີຄວາມຊັກຊ້າ ໃນການຮັບຮອງດ້ານນິຕິກໍາ ​ເຊິ່ງສະແດງອອກ ລັດຖະບັນຍັດ ວ່າດ້ວຍອາກອນຊົມໃຊ້ລົດໃຫຍ່, ສິນຄ້າຟຸມເຟືອຍ, ອັດຕາຄ່າຊັບພະຍາກອນ ທໍາມະຊາດ, ລາຍຮັບຈາກ ການຂາຍໄມ້ປະເພດຕ່າງໆ ແລະ ລາຍຮັບວິຊາການ ຈໍານວນໜຶ່ງ ບໍ່ທັນລວມສູນເຂົ້າງົບປະມານແຫ່ງລັດ, ການຈ່າຍນອກແຜນ ທີ່ສະພາແຫ່ງຊາດ ຮັບຮອງ, ຍົກເວັ້ນພາສີ, ອາກອນທີ່ບໍ່ສອດຄ່ອງ ຕາມລະບຽບ ກົດໝາຍກໍານົດ, ການນໍາເຂົ້າພາຫະນະບໍ່ຖືກຕ້ອງ ຕາມກົດໝາຍຍັງແຜ່ຫລາຍ, ການລັກລອບໜີພາສີ ຍັງບໍ່ຄຸ້ມຄອງຢ່າງຮັດກຸມ, ການຂະຫຍາຍຖານ ອາກອນມູນຄ່າເພີ່ມ ຂອງຫົວໜ່ວຍທຸລະກິດ ທີ່ມີລາຍຮັບທຸລະກິດ ແຕ່ 400 ລ້ານກີບຂຶ້ນໄປ ແລະ ການຖືບັນຊີຂອງຫົວໜ່ວຍ ທຸລະກິດດັ່ງກ່າວຍັງຕໍ່າ ເຮັດໃຫ້ການເກັບລາຍຮັບບໍ່ຖືກຕ້ອງ, ບໍ່ຊັດເຈນ, ມີການຕົກເຮ່ຍເສຍຫາຍ, ລະດັບຄວາມສາມາດ ກວດກາ ແລະ ຕິດຕາມຈັດເກັບລາຍຮັບ ຈາກວິສາຫະກິດ ລົງທຶນ ຕ່າງປະເທດເປັນຕົ້ນ: ຂະແໜງບໍ່ແຮ່ ແລະ ຫົວໜ່ວຍທຸລະກິດຂະໜາດໃຫຍ່ ຍັງມີຂໍ້ຈໍາກັດຫລາຍດ້ານ. ບັນດາລັດວິສາຫະກິດ ທີ່ລັດລົງທຶນ ຈໍານວນໜຶ່ງ ຍັງເຄື່ອນໄຫວທຸລະກິດຫລຸບທຶນ. ສະນັ້ນ ພວກເຮົາຕ້ອງໄດ້ມີການປະຕິຮູບ ລັດວິສາຫະກິດຕ່າງໆໂດຍໄວ ເພື່ອຮອງຮັບການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ໂດຍສະເພາະ ການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນ ໃຫ້ສາມາດແຂ່ງ ຂັນໄດ້, ສ້າງລາຍຮັບທີ່ໝັ້ນທ່ຽງ ເຂົ້າງົບປະມານ ແລະ ເປັນເຄື່ອງມືດັດສົມ ທາງດ້ານ ການເງິນ-ງົບປະມານ ທີ່ມີປະສິດທິຜົນ.

ທ່ານ ດຣ. ລຽນ ທີແກ້ວ ກ່າວຕື່ມວ່າ: ອີງໃສ່ສະພາບແວດລ້ອມ ເສດຖະກິດການເງິນສາກົນ, ພາກພື້ນ, ພາຍໃນ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງປະເທດເຮົາ ໃນການກໍານົດຄາດໝາຍ ແຜນງົບປະມານແຫ່ງລັດ ສົກປີ 2015-2016 ເພື່ອຮັບປະກັນ ເຮັດໃຫ້ງົບປະມານແຫ່ງລັດ ມີທ່າກ້າວສູ່ ຄວາມໝັ້ນທ່ຽງ ຫລາຍຂຶ້ນ. ໂດຍລັດຖະບານ ໄດ້ວາງມາດຕະການ ຈັດຕັ້ງປະຕິບັດ ແລະ ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງ ກະຊວງການເງິນ ແລະ ບາງກົມພາຍໃນກະຊວງ ໃຫ້ສໍາເລັດໂດຍໄວ້ ໂດຍປັບປຸງ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອສອດຄ່ອງກັບ ພາລະບົດບາດ ໜ້າທີ່ຄວາມ ຮັບຜິດຊອບ, ປັບປຸງກົດໝາຍ ແລະ ລະບຽບການຕ່າງໆ ທີ່ຈໍາເປັນ ເປັນຕົ້ນ ກົດໝາຍງົບປະມານແຫ່ງລັດ, ເພີ່ມຄວາມເປັນເຈົ້າການ ໃນການບໍລິຫານຈັດການ ແລະ ຄວາມຮັບຜິດຊອບຕໍ່ ງົບປະມານແຫ່ງລັດຫລາຍຂຶ້ນ, ຍົກສູງຂີດຄວາມສາມາດ ແລະ ປະສິດທິຜົນຂອງວຽກງານ ກວດກາການເງິນ ນັບແຕ່ສູນກາງ ຮອດທ້ອງຖິ່ນ ເພື່ອເຮັດໜ້າທີ່ ການກວດກາກ່ອນຈ່າຍ ແລະ ຫລັງຈ່າຍໃຫ້ເຂັ້ມງວດ, ຈໍາກັດການຮົ່ວໄຫລ ຢູ່ຂອດລາຍຈ່າຍໃຫ້ດີຂຶ້ນ, ເຂັ້ມງວດປະຕິບັດ ວິໄນການເງິນ ໂດຍການລວມສູນງົບປະມານ ລາຍຮັບ-ລາຍຈ່າຍ ເປັນຕົ້ນ ລາຍຮັບ ພາສີ-ອາກອນ, ຄ່າທໍານຽມ ແລະ ລາຍຈ່າຍຕ່າງໆ ຕ້ອງສ່ອງແສງ ຢູ່ໃນງົບປະມານ ຂອງສູນກາງ ແລະ ທ້ອງຖິ່ນທັງໝົດ.


ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...