Homeຂ່າວຕ່າງປະເທດນັກສະສົມຊາວນອກແວ ສົ່ງຄືນວັດຖຸບູຮານຍຸກສະຕະວັດທີ 9 ໃຫ້ແກ່ກຳປູເຈຍ

ນັກສະສົມຊາວນອກແວ ສົ່ງຄືນວັດຖຸບູຮານຍຸກສະຕະວັດທີ 9 ໃຫ້ແກ່ກຳປູເຈຍ

Published on

Cambodia Stone Statues

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ຕຸລາຜ່ານມານີ້ວ່າ ທ່ານ ມໍເຕັນ ບູສເຕຣຸນ ນັກທຸລະກິດ ແລະ ນັກສະສົມຊາວນອກແວ ໄດ້ມອບຮູບແກະສະຫລັກຫີນ ສຽນພຣະສິວະ ສະໄໝສະຕະວັດທີ 9 ແລະ ສຽນເທບພະເຈົ້າ ສະໄໝທ້າຍສະຕະວັດທີ 12 ສົ່ງຄືນໃຫ້ແກ່ຊາວກຳປູເຈຍ ໂດຍຜ່ານທ່ານ ນາງ ເຟືອງ ສະກຸນາ ລັດຖະມົນຕີວ່າການກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ທີ່ນະຄອນຫລວງພະນົມເປັນ.

ທັງນີ້ ວັດຖຸບູຮານຂອງກຳປູເຈຍ ໄດ້ຖືກລັກລອບເພື່ອຄ້າຂາຍຢ່າງຜິດກົດໝາຍ ໃນໄລຍະຊຸມປີ 1970 ຊຶ່ງເປັນເວລາທີ່ປະເທດຕົກຢູ່ໃນສະພາວະສົງຄາມ ໂດຍການສົ່ງມອບວັດຖຸບູຮານດັ່ງກ່າວໃຫ້ກຳປູເຈຍຄັ້ງນີ້ ທ່ານ ມໍເຕັນ ໄດ້ກ່າວວ່າ ເຂົາຕ້ອງການມອບໃຫ້ພິພິທະພັນແຫ່ງຊາດ ໃນນະຄອນຫລວງພະນົມເປັນ ເປັນຜູ້ເບິ່ງແຍງຮັກສາວັດຖຸເຫລົ່ານີ້ ແລະ ຈັດສະແດງຕໍ່ສາທາລະນະ ພ້ອມທັງໃຊ້ເພື່ອປະໂຫຍດໃນດ້ານການສຶກສາຄົ້ນຄ້ວາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...