Homeຂ່າວພາຍ​ໃນຫລວງພະບາງ ຈັດງານແລ່ນມາລາທອນ ລະດົມທືນຈັດຊື້ອຸປະກອນການແພດ

ຫລວງພະບາງ ຈັດງານແລ່ນມາລາທອນ ລະດົມທືນຈັດຊື້ອຸປະກອນການແພດ

Published on

Untitled-1 .20.15.0.1

ຂປລ. ຕອນເຊົ້າຂອງວັນທີ 18 ຕຸລານີ້ ທີ່ເມືອງມໍລະດົກໂລກຫລວງພະບາງ ໄດ້ຈັດການແຂ່ງຂັນແລ່ນມາລາທອນເພື່ອສຸຂະພາບ ແລະ ລະດົມທຶນ​ເພື່ອຈັດຊື້ອຸປະກອນການແພດ ແລະ ສ້າງໂຮງໝໍເດັກ ໃນແຂວງຫລວງພະບາງ ຮ່ວມ​ກັບ​ສະຖານ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ລາວ, ໂດຍມີ ນັກກິລາແລ່ນ ມາລາທອນອາຊີບ ແລະ ສະໝັກຫລິ້ນ, ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆ​ ຫລວງ​ພະ​ບາງ ໄດ້ກ່າວວ່າ: ການແຂ່ງຂັນຄັ້ງນີ້ ​ແບ່ງເປັນ 3 ລະດັບຄື: 7.000 ແມັດ, 14.000 ແມັດ ແລະ 21.000 ແມັດ, ໂດຍໄດ້ມີການ ປະກອບສ່ວນຈາກພາກສ່ວນ ກ່ຽວຂ້ອງຂອງແຂວງ ເປັນຕົ້ນ ແມ່ນພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກສືກສາທິການ ແລະ ກິລາ, ກອງບັນຊາການປ້ອງກັນຄວາມສະຫງົບ, ສະມາຄົມໂຮງແຮມເຮືອນພັກ ແລະ ຮ້ານອາຫານ. ສັບລັບຜູ້ເຂົ້າຮ່ວມທຸກຄົນ ແມ່ນຈະໄດ້ເປັນສ່ວນໜື່ງ ໃນການສົມທົບທຶນ ໃນການຈັດຊື້ອຸປະກອນການແພດ ແລະ ສ້າງໂຮງໝໍເດັກຢູ່ແຂວງຫລວງພະບາງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...