ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລານີ້ວ່າ ປະທານາທິບໍດີ ສີຈິ້ນຜິງ ແຫ່ງສາທາລະນະລັດປະຊາຊົນຈີນ ໄດ້ພົບປະຫາລືກັບ ນາຍົກລັດຖະມົນຕີ ເດວິດ ກາເມຣອນ ແລະ ບັນດານັກທຸລະກິດ ທີ່ນະຄອນຫລວງລອນດອນ ໃນວັນທີ 21 ຕຸລາຜ່ານມາ ຊຶ່ງເປັນມື້ທີສອງຂອງການຢ້ຽມຢາມ ສະຫະຣາຊະອານາຈັກ ຫລື ອັງກິດຢ່າງເປັນທາງການຂອງຜູ້ນຳຈີນ. ໂດຍການພົບປະຄັ້ງນີ້ ໄດ້ມີການລົງນາມໃນ ຂໍ້ຕົກລົງດ້ານພະລັງງານນິວເຄລຍ ລະຫວ່າງສອງປະເທດ ໂດຍຝ່າຍຈີນ ຈະສະໜັບສະໜູນດ້ານການເງິນ ມູນຄ່າ 46 ຕື້ໂດລາສະຫະລັດ ໃນການເຂົ້າຖືຮຸ້ນປະມານ 30% ເພື່ອລົງທຶນໃນໂຄງການໂຮງໄຟຟ້າ ພະລັງງານນິວເຄລຍ ພາຍໃນປະເທດອັງກິດ ຊຶ່ງມີກຳນົດກໍ່ສ້າງສຳເລັດ ພາຍໃນປີ 2025.
ຈີນທຸ້ມເງິນ 46 ຕື້ໂດລາ ເຂົ້າພັດທະນາພະລັງງານນິວເຄລຍຢູ່ອັງກິດ!
326

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ
ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ.
ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...
ຂ່າວຄວາມສະຫງົບ
ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ
ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ
ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...
ຂ່າວທົ່ວໄປ
ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ
ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້.
ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ.
ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...
ຂ່າວພາຍໃນ
ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)
ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)
ປະກາດ ແລະ ມອບ-ຮັບ...