spot_img
Homeຂ່າວຕ່າງປະເທດໄຟປ່າອິນໂດ ແຜ່ລາມກະທົບພາກໃຕ້ຂອງໄທ ອາກາດເປັນມົນລະພິດ ອັນຕະລາຍຕໍ່ສຸຂະພາບ!

ໄຟປ່າອິນໂດ ແຜ່ລາມກະທົບພາກໃຕ້ຂອງໄທ ອາກາດເປັນມົນລະພິດ ອັນຕະລາຍຕໍ່ສຸຂະພາບ!

Published on

A view of Yala city is pictured as a haze shrouds Muang district in the troubled southern province of Yala
ໝອກຄວັນຈາກໄຟໄໝ້ປ່າຢູ່ອິນໂດເນເຊຍ ແຜ່ລາມເຂົ້າປົກຄຸມທົ່ວທ້ອງຟ້າ ແຂວງຍະລາ ປະເທດໄທ

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລາຜ່ານມານນີ້ວ່າ ຜົນກະທົບຈາກເຫດໄຟປ່າໄໝ້ລາມຢູ່ອິນໂດເນເຊຍ ໄດ້ກໍ່ໃຫ້ເກີດ ພາວະມົນລະພິດທາງອາກາດ ທີ່ຮ້າຍແຮງທີ່ສຸດໃນຮອບ 10 ປີ ຢູ່ຫລາຍແຂວງທາງພາກໃຕ້ຂອງປະເທດໄທ ເຮັດໃຫ້ແຫລ່ງທ່ອງທ່ຽວທີ່ສຳຄັນ ປະສົບກັບບັນຫາ ເນື່ອງຈາກຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບເປັນອັນຕະລາຍຕໍ່ສຸຂະພາບ ໃນຈຳນວນ 7 ແຂວງທາງພາກໃຕ້ ໂດຍສະເພາະແມ່ນແຂວງສົງຂາ ຈົນຕ້ອງລະບັບຖ້ຽວບິນຕ່າງໆ.

ທັງນີ້ ກະຊວງສາທາລະນະສຸກຂອງໄທ ໄດ້ແຈກຢາຍໜ້າກາກອະນາໄມ ຈຳນວນ 55,700 ອັນ ໃຫ້ແກ່ແຂວງຕ່າງໆທີ່ປະສົບມົນລະພິດແລ້ວ ແລະ ກົມຄວບຄຸມມົນລະພິດຂອງໄທ ກໍໄດ້ທຳການຮຽກຮ້ອງ ໃຫ້ທາງການອິນໂດເນເຊຍ ດຳເນີນມາດຕະການຕ່າງໆ ເພື່ອຫລຸດຜ່ອນການເຜົາປ່າ ຊຶ່ງສົ່ງຜົນກະທົບ ໄປທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...