Homeປະເພນີ-ວັດທະນະທຳຊ່ວງເຮືອວຽງຈັນປີນີ້ ປ່ຽນຜາມໄຊໄປເຂດບ້ານສີຖານເໜືອ ຍ້ອນນ້ຳຂອງທ່າວັດຈັນແຫ້ງ!

ຊ່ວງເຮືອວຽງຈັນປີນີ້ ປ່ຽນຜາມໄຊໄປເຂດບ້ານສີຖານເໜືອ ຍ້ອນນ້ຳຂອງທ່າວັດຈັນແຫ້ງ!

Published on

03c24ab6ffbef18c4626d3a08db24eaf

ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ບຸນຊ່ວງເຮືອ​ປະເພນີ ປະຈຳປີ 2015 ທີ່​ນ້ຳຂອງ ເມືອງ​ຈັນທະ​ບູ​ລີ ສະເພາະ​ປີ​ນີ້​ ນະຄອນຫຼວງ​ວຽງ​ຈັນ​ ໄດ້​ຈັດ​ໃຫ້​ມີ​ຫຼາຍ​ກິດຈະ​ກຳ ເພື່ອ​ສ້າງ​ບັນຍາກາດ ເຮັດ​ໃຫ້​ພາຍ​ໃນ​ງານ​ມີ​ຄວາມເບີກບານ​ມ່ວນຊື່ນ ຮັກສາ​ໄດ້​ວັດທະນະ​ທຳ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ ທັງ​ເປັນ​ການ​ໂຄສະ​ນາ​ສົ່ງເສີມ​ການທ່ອງທ່ຽວ ທາງ​ດ້ານ​ວັດທະນະທຳ ແລະ ວິຖີການ​ດຳລົງ​ຊີວິດ​ຂອງ​ປະຊາຊົນລາວ​ບັນດາເຜົ່າ​ຕໍ່​ຊາວ​ຕ່າງ​ປະເທດ ເພື່ອ​ເປັນ​ການ​ດຶງ​ດູດ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ມາ​ທ່ຽວ​ຊົມ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນເລື້ອຍໆ.

ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ບຸນຊ່ວງເຮືອ​ປະເພນີ ປະຈຳປີ 2015 ໄດ້​ເລີ່ມ​ຈັດ​ຕັ້ງ​ລະຫວ່າງວັນ​ທີ 22-28 ຕຸລາ 2015 ຕາມແຄມ​ຂອງ​ເຂດ​ທ່າ​ວັດ​ຈັນ ເຊິ່ງການຈັດຕັ້ງ ກໍ່​ຄືຄະນະ​ກຳ​ມະການ​ຈັດ​ງານ​ບຸນ​ດັ່ງກ່າວ​ ໄດ້​ກຳນົດ​ເອົາ​ເປັນ​ບ່ອນ​ຂາຍ​ສິນຄ້າ​ທັງພາຍ​ໃນ ແລະ ຕ່າງປະເທດ ສຳລັບ​ວັນ​ທີ 27 ຕຸລາ ທີ່​ເປັນ​ມື້ບຸນອອກ​ພັນ​ສາ​ຕອນ​ເຊົ້າ ການ​ນຳພັກ-ລັດ​ໄດ້​ຮ່ວມ​ກັນ​ໃສ່​ບາດຖວາຍ​ສັງຄະ​ທານ​ທີ່​ວັດ​ອົງ​ຕື້ ແລະ ປະມານ 8-9 ໂມງ ມີ​ກິດຈະ​ກຳ​ຊ່ວງ​ເຮືອ​ປະເພນີ​ຍິງ​ທີ່​ນ້ຳຂອງ​ເຂດ​ບ້ານ​ສີ​ຖານ​ເໜືອ ເມືອງສີ​ໂຄດ​ຕະບອງ ເຊິ່ງ​ເປັນ​ຜາມໄຊໃໝ່ ຢູ່​ໃກ້​ກັບ​ຮ້ານ​ອາຫານ​ວຽງຂອງ (ໃກ້​ຈະ​ຮອດ​ຮ້ານ​ອາຫານຂອງ​ວີວ ປະມານ 500 ແມັດ) ເນື່ອງ​ຈາກ​ຈຸດ​ຜາມໄຊ​ເກົ່າ​ທີ່​ທ່າວັດ​ຈັນ​ນັ້ນ ປີ​ນີ້​ສະພາບ​ນ້ຳຂອງແຫ້ງ ​ບໍ່​ອາດ​ສາມາດ​ຈະ​ເປັນ​ສະຖານ​ທີ່​ແຂ່ງຂັນ​ຊ່ວງ​ເຮືອ​ໄດ້ ດັ່ງນັ້ນ ຄະນະ​ກຳມະການ​ຈັດງານ​ບຸນ ​ຈຶ່ງ​ໄດ້​ຍ້າຍ​ໄປ​ແຂ່ງຂັນບ່ອນ​ໃໝ່​ທີ່​ມີ​ຄວາມ​ຮັບປະກັນ ຈຶ່ງ​ແຈ້ງ​ມາ​ຍັງ​ສັງຄົມ ກໍ່​ຄື​ຜູ້​ມັກຊົມ​ມັກ​ເຊຍ​ກີລາ​ປະເພນີ​ເຮືອຊ່ວງ ​ທີ່​ຈະ​ໄປ​ເຂົ້າ​ຮ່ວມ​ຊົມ​ການແຂ່ງຂັນ​ຊ່ວງ​ເຮືອທັງ​ສອງ​ມື້​ຄື: ວັນ​ທີ 27-28 ຕຸລາ 2015 ໃຫ້​ໄປ​ຈຸດ​ຜາມໄຊ​ໃໝ່.

ສ່ວນ​ຕອນ​ຄ່ຳ​ປະມານ 7-9 ໂມງຂອງ​ວັນ​ທີ 27 ຕຸລາ ກໍ່​ຄືຕອນ​ຄ່ຳ​ຂອງ​ມື້ບຸນ​ອອກ​ພັນ​ສາ​ຢູ່ຈຸດ​ຜາມໄຊ​ເກົ່າ (ເຂດ​ທ່າ​ວັດ​ຈັນ) ຈະ​ມີ​ສອງ​ກິດຈະກຳຄື: ຈູດ​ບັ້ງໄຟ​ດອກ ແລະ ແຂ່ງຂັນ​ຕີມວຍລາຍ​ລາວ ເພື່ອ​ສ້າງ​ບັນຍາກາດໃຫ້​ຜູ້​ທີ່​ເຂົ້າ​ທ່ຽວ​ຊົມ​ງານ​ບຸນ​ໄດ້ຊົມ​ໄດ້​ເບິ່ງ​ ກິດຈະກຳ​ດີໆ ທັງ​ນີ້ກໍ່​ເພື່ອ​ສ້າງ​ບັນຍາກາດ​ເຮັດ​ໃຫ້ງານ​ບຸນ​ມີ​ຄວາມ​ເບີກບານ​ມ່ວນຊື່ນ ແລະ ສ້າງ​ຄວາມ​ປະ​ທັບ​ໃຈໃຫ້​ແກ່​ຜູ້​ທີ່​ເຂົ້າ​ທ່ຽວ​ຊົມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...