spot_img
Homeຂ່າວການພັດທະນາກອງທຶນເກົາຫລີ ອະນຸມັດເງິນກູ້ 646 ຕື້ກວ່າກີບ ພັດທະນາເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ

ກອງທຶນເກົາຫລີ ອະນຸມັດເງິນກູ້ 646 ຕື້ກວ່າກີບ ພັດທະນາເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ

Published on

0cf41bc93ee6fcfa4e1608bbd4fe0ed7

ກອງ​ທຶນ​ເພື່ອ​ການ​ຮ່ວມ​ມື ແລະ ພັດທະນາ​ເສດຖະກິດ ສ ເກົາຫຼີ (EDCF) ໄດ້​ອະນຸມັດ​ເງິນກູ້​ຢືມ 80,8 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 646,4 ຕື້​ກີບ ໃຫ້​ແກ່​ລັດຖະບານ ສປປ ລາວ ເພື່ອ​ນຳ​ໃຊ້​ໃນ​ການ​ພັດທະນາ ໂຄງການ​ເຂື່ອນ​ໄຟຟ້າເຊ​ປຽນ-ເຊ​ນ້ຳ​ນ້ອຍ ໂດຍ​ພິທີ​ລົງ​ນາມ​ກູ້ຢືມ​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ວັນ​ທີ 27 ຕຸລາ 2015 ຢູ່​ກະຊວງ​ການ​ເງິນ ລະຫວ່າງທ່ານ ​ດຣ. ລຽນ ທິແກ້ວ ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ແລະ ທ່ານ ຊ໋ອງ ເຮ ຢິມ ຮອງ​ປະທານ EDCF ໂດຍ​ຊ້ອງ​ໜ້າ​ທ່ານ ​ດຣ. ສີ​ນາວາ ສຸ​ພານຸ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່ແຮ່ ທ່ານ ກິມ ຊູ ວອນ ເອກ​ອັກຄະ​ລັດ​ຖະ​ທູດ ສ ເກົາຫຼີ ປະຈຳ ​ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ​ດຣ. ລຽນ ທິ​ແກ້ວ ໄດ້​ກ່າວ​ວ່າ: ໂຄງການ​ເຂື່ອນ​ໄຟຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຕັ້ງ​ຢູ່ແຂວງ​ຈຳປາ​ສັກ ມີ​ກຳລັງ​ຕິດ​ຕັ້ງ 410 ເມ​ກາ​ວັດ ເຊິ່ງ​ຈະ​ຂາຍ​ໄຟຟ້າ​ໃຫ້​ຣາ​ຊະ​ອານາຈັກ​ໄທ 90% ແລະ ຂາຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ 10% ເຊິ່ງ​ໂຄງການ​ນີ້ ໄດ້​ເລີ່ມ​ກະກຽມ​ມາ​ແຕ່​ປີ 2008 ແລະ ໄດ້​ສຳເລັດ​ການ​ລົງ​ນາມສັນຍາ​ພັດທະນາ​ໂຄງການ​ໃນ​ປີດຽວ​ກັນ ລະຫວ່າງ​ລັດຖະບານລາວ ແລະ ຜູ້​ພັດທະນາ​ໂຄງການ ໃນ​ຮູບ​ແບບ​ກໍ່ສ້າງ​ດຳເນີນ​ງານ ແລະ ມອບ​ໂອນ ມີ​ມູນ​ຄ່າ 1.020 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 8.160 ຕື້​ກີບ ແລະ ສຳເລັດ​ການລົງ​ນາມ​ສັນຍາ​ຊື້-ຂາຍ​ໄຟຟ້າ ກັບ​ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງປະເທດ​ໄທ ໃນ​ເດືອນ​ກຸມພາ 2013 ເຊິ່ງ​ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນລາວ ເປັນ​ຜູ້ຕາງໜ້າ​ໃຫ້​ລັດ​ຖະບານ​ຖື​ຮຸ້ນ​ໃນ​ໂຄງການ 24% ຂອງ​ບ້ວງ​ການ​ປະກອບ​ຮຸ້ນ​ໃນໂຄງການ ແລະ ມີ​ຜູ້​ພັດທະນາຈາກ ສ ເກົາຫຼີ ເຂົ້າ​ຮ່ວມ​ລົງທຶນນຳ.

ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ເປັນ​ໂຄງການ​ທີ່​ສຳຄັນ​ຂອງ​ລັດຖະບານ​ລາວ ໃນການ​ພັດທະນາ​ຂະແໜງ​ພະລັງງານ ເຊິ່ງ​ຈະ​ປະກອບສ່ວນ​ໃຫ້ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ​ ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ ແລະ ຈະ​ເປັນ​ຖານ​ລາຍຮັບ​ທີ່​ໜັກ​ແໜ້ນ ທັງ​ເປັນ​ປັດ​ໄຈໃຫ້ ​ສປປ ລາວ ຫຼຸດ​ພົ້ນ​ອອກ​ຈາກສະຖານະ​ພາບ​ປະເທດ​ດ້ອຍ​ພັດທະ​ນາ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...