spot_img
Homeຂ່າວການພັດທະນາວາງສີລາລືກກໍ່ສ້າງອາຄານ ໃຫ້ໂຮງໝໍແຂວງບໍ່ແກ້ວ ທຶນຊ່ວຍເຫລືອລ້າຈາກລັດຖະບານໄທ!

ວາງສີລາລືກກໍ່ສ້າງອາຄານ ໃຫ້ໂຮງໝໍແຂວງບໍ່ແກ້ວ ທຶນຊ່ວຍເຫລືອລ້າຈາກລັດຖະບານໄທ!

Published on

3-1

ພິທີວາງສີລາລືກການ ກໍ່ສ້າງອາຄານຄົນເຈັບພາຍໃນ ແລະ ອາຄານແມ່ ແລະ ເດັກ ໂຮງໝໍແຂວງບໍ່ແກ້ວ ໄດ້ຈັດ ຂຶ້ນເມື່ອວັນທີ 27 ຕຸລາຜ່ານມາ ໂດຍການເປັນປະທານກິຕິມະ ສັກຮ່ວມລະຫວ່າງ ທ່ານ ທອງ ລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແລະ ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຊຶ່ງມີ ທ່ານລັດຖະມົນຕີວ່າການກະ ຊວງສາທາລະນະສຸກລາວ, ທ່ານເຈົ້າແຂວງ ແລະ ຮອງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງຂອງ ລາວ ແລະ ໄທເຂົ້າຮ່ວມ.
ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານໄທ ເນື່ອງໃນ ໂອກາດການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນການ ທູດລາວ-ໄທ ຄົບຮອບ 65 ປີ ຊຶ່ງມີມູນຄ່າທັງໝົດ 40.000.000 ບາດ ຫຼື ປະ ມານ 9 ຕື້ກວ່າກີບ ລວມມີ ການກໍ່ສ້າງອາຄານຄົນເຈັບ ພາຍໃນ ແລະ ແມ່ ແລະ ເດັກ, ອຸປະກອນການແພດ, ຢາ ແລະ ການພັດທະນາບຸກຄະລາກອນ. ໂຄງການດັ່ງກ່າວໄດ້ເລີ່ມລົງ ມືກໍ່ສ້າງໃນວັນທີ 19 ມີຖຸນາ 2015 ແລະ ຄາດວ່າຈະສຳ ເລັດໃນເດືອນກັນຍາ 2016 ຊຶ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານສາທາລະນະສຸກ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດຂອງ ປະຊາຊົນແຂວງບໍ່ແກ້ວ ແລະ ບັນດາແຂວງໃກ້ຄຽງ.
ໃນໂອກາດນີ້ ທ່ານຮອງ ນາຍົກລັດຖະມົນຕີ ລັດຖະມົນ ຕີວ່າການກະຊວງການຕ່າງປະ ເທດລາວ ແລະ ທ່ານລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດໄທ ໄດ້ຮ່ວມກັນປູກ ຕົ້ນໄມ້ໄວ້ເປັນທີ່ລະນຶກໃຫ້ແກ່ ໂຮງໝໍແຂວງບໍ່ແກ້ວ ແລະ ເປັນສັນຍາລັກແຫ່ງການຮ່ວມ ມືລະຫວ່າງສອງປະເທດລາວ ແລະ ໄທ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...