Homeຂ່າວພາຍ​ໃນຄ່າເຊົ່າແພງ! ບຸນຊ່ວງເຮືອປີນີ້ຊາວຄ້າຂາຍຮ້ອງ ຖ້າບໍ່ຄຸ້ມຄອງໃຫ້ດີ ປະເພນີອາດຈືດຈາງ!

ຄ່າເຊົ່າແພງ! ບຸນຊ່ວງເຮືອປີນີ້ຊາວຄ້າຂາຍຮ້ອງ ຖ້າບໍ່ຄຸ້ມຄອງໃຫ້ດີ ປະເພນີອາດຈືດຈາງ!

Published on

DSC_0195999

ຕາມການໃຫ້ສຳພາດຂອງຊາວຄ້າຂາຍ ໃນງານບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນປີນີ້ ໃຫ້ຮູ້ວ່າ: ການເກັບຄ່າເຊົ່າທີ່ດິນ(ຫ້ອງຂາຍເຄື່ອງ) ແມ່ນແພງກວ່າລາຄາຂອງ ຄະນະກຳມະກຳຈັດງານບຸນ ໄດ້ກຳນົດໄວ້ຄື: ຫ້ອງຂະໜາດ 4 X 4  ແມັດ ແມ່ນບໍ່ໃຫ້ເກີນ 2,5 ຫາ 3 ລ້ານກີບ, ແຕ່ກົງກັນຂ້າມ ການເກັບຕົວຈິງ ແມ່ນປະມານ 5-6 ລ້ານກີບຕໍ່ຫ້ອງ, ຍ້ອນມີບຸກຄົນຈຳນວນໜຶ່ງ ເກງກໍາໄລຈາກການເຊົ່າກັບຜູ້ສຳປະທານ ແລ້ວມາຂາຍຕໍ່ໃຫ້ ຊາວຄ້າຂາຍໃນລາຄາທີ່ສູງຄືດັ່ງກ່າວ.

ຊາວຄ້າຂາຍຜູ້ໜຶ່ງໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍມີຄືກັນໃນການເກງກໍາໄລ, ຄ່າເຊົ່າບຸດໃນງານບຸນຕ່າງໆ ແມ່ນບໍ່ຮ້າຍແຮງດັ່ງປີນີ້, ເບິ່ງຄືວ່າບໍ່ມີການຄຸ້ມຄອງແຕ່ຢ່າງໃດ ມັນເປັນການເອົາລັດເອົາປຽບຊາວຄ້າຂາຍ ຜູ້ເຮັດແທ້ທຳຈິງຫຼາຍເກີນໄປ, ກໍເຊັ່ນດຽວກັນກັບ ການເກັບຄ່າບໍລິການຝາກລົດ, ຊຶ່ງພາກສ່ວນກ່ຽວຂ້ອງ ໄດ້ກຳນົດໃຫ້ເກັບຄ່າຝາກລົດຈັກບໍ່ໃຫ້ເກີນ 5 ພັນກີບ/ຄັນ, ແຕ່ຍັງມີຄອກຝາກລົດຫຼາຍຈຸດ ແມ່ນເກັບເກີນກຳນົດທົບ 2 ທົບ 3 ເທົ່າກໍມີ ແລະ ກໍບໍ່ເຫັນວ່າມີໃຜມາປັບໃໝໃສ່ໂທດຜູ້ລະເມີດໄດ້.

boat racing festival

ຜູ້ປະກອບການເຫຼົ່ານັ້ນໃຫ້ເຫດຜົນວ່າ: ຍ້ອນລາຄາຄ່າເຊົ່າສະຖານທີ່ແພງ ຈຳເປັນຕ້ອງໄດ້ເກັບແພງ, ຊຶ່ງບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ມວນຊົນຜູ້ມາທ່ຽວບຸນ ຕ້ອງໄດ້ໃຊ້ຈ່າຍຫຼາຍຂຶ້ນ, ເຂົ້າຫຼາມປີ້ງໄກ່ກໍມີລາຄາແພງກວ່າປົກກະຕິຫຼາຍເທົ່າ. ຊາວຄ້າຂາຍຈຳນວນຫຼາຍຕ່າງກໍຈົມ ວ່າ: ການຂາຍເຄື່ອງໃນງານບຸນອອກພັນສາ ແລະ ຊ່ວງເຮືອປີນີ້ບໍ່ກຸ້ມທຶນ ຍ້ອນຄ່າເຊົ່າແພງຫຼາຍ ແລະ ຖ້າຜູ້ຮັບຜິດຊອບຫາກບໍ່ເບິ່ງຜົນ ແລະ ເພີ່ມທະວີການຄຸ້ມຄອງທີ່ດີແລ້ວ, ກໍອາດຈະເຮັດໃຫ້ງານບຸນປະເພນີດັ່ງກ່າວຈືດຈາງລົງ ແລະ ຈະບໍ່ເປັນການສົ່ງເສີມການທ່ອງທ່ຽວທີ່ດີຂຶ້ນ.

ດັ່ງນີ້, ກໍຫວັງວ່າພາກສ່ວນກ່ຽວຂ້ອງຈະມີການກວດກາ ແລະ ເພີ່ມຄວາມເຂັ້ມງວດກວ່າເກົ່າ ໃນການຄຸ້ມຄອງບໍລິຫານງານບຸນຕ່າງໆ ເພື່ອບໍ່ສົ່ງຜົນກະທົບຕໍ່ຊາວຄ້າຂາຍ ແລະ ມວນຊົນຜູ້ມາທ່ຽວຊົມງານບຸນ ເພື່ອໃຫ້ສົມກັບຄ່າວ່າເປັນບຸນໃຫຍ່ຂອງຊາດ ທີ່ທຸກຄົນຕັ້ງໃຈຢ່າກມາເບິ່ງມາຊົມ ພ້ອມນັ້ນ ກໍອາດຈະເປັນບົດຮຽນໃຫ້ແກ່ງານບຸນອຶ່ນໆຄື: ຍັງອີກສອງອາທິດຂ້າງໜ້ານີ້, ບຸນນະມັດສະການພະທາດຫຼວງ ກໍຈະເລີ່ມຂື້ນແລ້ວ ແລະ ຫວັງວ່າພາກສ່ວນກ່ຽວຂ້ອງ ຈະເອົາໃຈໃສ່ການຄຸ້ມຄອງບັນຫາຕ່າງໆດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...