spot_img
Homeຂ່າວເຫດການທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມແຂວງບໍລິຄຳໄຊ

ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມແຂວງບໍລິຄຳໄຊ

Published on

1-1

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດ ຖະກິດການຜະລິດ ແລະ ຈໍລະຈອນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍລິຄຳໄຊ ໃນວັນ ທີ 27 ຕຸລາ ໂດຍມີທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ການນຳແຂວງໃຫ້ການຕ້ອນ ຮັບຢ່າງ ອົບອຸ່ນ.
ໃນໂອກາດດັ່ງກ່າວ,  ທ່ານຮອງນາຍົກ ຍັງໄດ້ລົງກວດກາ ຄວາມຄືບໜ້າຂອງການກໍ່ສ້າງ ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຊຶ່ງແມ່ນການນຳ ຮຸ່ນທຳອິດຂອງການປະຕິວັດ. ອະນຸສາວະລີດັ່ງກ່າວ ແມ່ນຕັ້ງຢູ່ ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນເນື້ອທີ່ 2,6 ເຮັກຕາ ມູນຄ່າການກໍ່ສ້າງ 21 ຕື້ກີບ, ໃນນັ້ນ ທຶນຂອງລັດຖະບານ 18 ຕື້ກີບ ແລະ ທຶນຂອງແຂວງ 3 ຕື້ກີບ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ທະວີໄຊກໍ່ສ້າງ ຊຶ່ງມາຮອດປັດຈຸບັນ ສຳເລັດແລ້ວ 93% ຂອງໜ້າວຽກທັງໝົດ.
ໂອກາດດຽວກັນນີ້, ທ່ານຮອງນາຍົກ ພ້ອມດ້ວຍການນຳຂອງແຂວງ ຍັງໄດ້ຮ່ວມໃສ່ບາດ ເນື່ອງໃນວັນອອກພັນສາປະວໍລະນາ ທີ່ວັດສີວາວະນາລາມ ບ້ານອານຸສອນໄຊ ພ້ອມໃຫ້ກຽດເຂົ້າຮ່ວມຊົມ ງານບຸນຊ່ວງເຮືອປະເພນີ ແລະ ທ່ຽວຊົມສິນຄ້າຜະລິດຕະພັນຕ່າງໆ ຂອງພູມປັນຍາຊາວບ້ານ ເມືອງປາກຊັນ ທີ່ນຳມາວາງສະແດງ ແລະ ຂາຍຢູ່ສະຖານທີ່ງານບຸນ ແຄມນ້ຳຂອງຈຸດປາກນ້ຳຊັນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...