spot_img
Homeຂ່າວຍົນຕົກຣັດເຊຍເຜີຍ ເຮືອບິນຕົກຢູ່ອີຢິບ ແຕກກະຈາຍກາງອາກາດ ກ່ອນຕົກລົງພື້ນ!

ຣັດເຊຍເຜີຍ ເຮືອບິນຕົກຢູ່ອີຢິບ ແຕກກະຈາຍກາງອາກາດ ກ່ອນຕົກລົງພື້ນ!

Published on

EyWwB5WU57MYnKOuXogSQ6atzNdwBwH11TV9N1IceCkNJdsLLaWaPb

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ພະຈິກນີ້ວ່າ ທ່ານ ວິກເຕີ ໂຊໂຣເຊນໂກ ປະທານຄະນະກຳມະການ ການບິນລະຫວ່າງລັດຂອງຣັດເຊຍ ໄດ້ເປີດເຜີຍວ່າ ຈາກເຫດເຮືອບິນແອບັສ A320 ຖ້ຽວບິນ KGL9262 ຂອງຣັດເຊຍ ຕົກຢູ່ປະເທດອີຢິບ ຈົນເຮັດໃຫ້ມີຜູ້ໂດຍສານ ແລະ ລູກເຮືອ ເສຍຊີວິດຍົກລຳ 224 ຄົນ ໃນມື້ວັນເສົາທີ 31 ຕຸລາຜ່ານມານີ້ວ່າ ເຮືອບິນລຳດັ່ງກ່າວ ແຕກກະຈາຍກາງອາກາດ ກ່ອນທີ່ຈະຕົກລົງພື້ນ ໂດຍເຈົ້າໜ້າທີ່ພົບຊາກເຮືອບິນຫລາຍຈຸດ ໃນພື້ນທີ່ 20 ກິໂລແມັດມົນທົນ ຊຶ່ງປັດຈຸບັນສາມາດເກັບກູ້ສົບໄດ້ແລ້ວ 162 ສົບ.

ກ່ອນໜ້ານີ້ ກຸ່ມຕິດອາວຸດທີ່ເປັນເຄືອຂ່າຍຂອງ ກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ເຂດໄຊນາຍ ປະເທດອີຢິບ ໄດ້ອອກມາອ້າງວ່າ ພວກເຂົາເປັນຜູ້ລົງມືຍິງ ເຮືອບິນລຳດັ່ງກ່າວ, ແນວໃດກໍຕາມ ນາຍົກລັດຖະມົນຕີ ເອຣິບ ອິສມາອິນ ແຫ່ງອີຢິບ ໄດ້ອອກມາຢືນຢັນວ່າ ອາວຸດທີ່ກຸ່ມຕິດອາວຸດດັ່ງກ່າວຄອບຄອງຢູ່ ບໍ່ມີຄວາມສາມາດຍິງເຮືອບິນລຳດັ່ງກ່າວນີ້ໄດ້ ຊຶ່ງທາງດ້ານຣັດເຊຍເອງ ກໍໄດ້ອອກມາປະຕິເສດ ບໍ່ເຊື່ອຄຳກ່າວອ້າງຂອງກຸ່ມຕິດອາວຸດດັ່ງກ່າວ ແຕ່ຢ່າງໃດ.

 

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...