Homeຂ່າວການພັດທະນາລາວ-ຈີນ ລົງນາມຮ່ວມທຶນ ສ້າງຕັ້ງບໍລິສັດດາວທຽມລາວ ກຳນົດປ່ອຍສູ່ວົງໂຄຈອນ 21 ພະຈິກນີ້!

ລາວ-ຈີນ ລົງນາມຮ່ວມທຶນ ສ້າງຕັ້ງບໍລິສັດດາວທຽມລາວ ກຳນົດປ່ອຍສູ່ວົງໂຄຈອນ 21 ພະຈິກນີ້!

Published on

2-1

ພິທີ​ເຊັນ​ສັນຍາ​ຮ່ວມ​ທຶນ​ສ້າງຕັ້ງ​ບໍລິສັດ ​ດາວ​ທຽມ​ລາວ ໃນ​ຕຳແໜ່ງ 128,5 ອົງສາ​ຕາເວັນ​ອອກ ລະຫວ່າງ ​ສປປ ລາວ ແລະ ​ສປ ຈີນ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ​ຜ່ານ​ມາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ເສດຖະກິດ​ມະຫາພາກບໍລິການ ແລະ ວຽກ​ງານ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ເຊິ່ງ​ສັນຍາ​ດັ່ງກ່າວ ​ໄດ້​ຮັບການ​ລົງ​ນາມ​ຈາກ​ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ວ່າການກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ທ່ານ ​ດຣ. ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການກະຊວງ​ການ​ເງິນ ທ່ານ ກວນ​ຮົວ​ປິງ ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ສປ ຈີນ ປະຈຳ ​ສປປ ລາວ.

ດາວ​ທຽມ​ດວງ​ທຳ​ອິດ​ຂອງ​ລາວ​ທີ່​ມີ​ຊື່ວ່າ Laosat-1 ຈະ​ໄດ້​ສົ່ງ​ສູ່​ວົງ​ໂຄຈອນ​ຂອງ​ໂລກ​ໃນ​ວັນ​ທີ 21 ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້ ເຊິ່ງ​ເປັນ​ໄລຍະ​ທີ່​ປະຊາຊົນ​ລາວ​ທັງ​ຊາດ​ພວມ​ຟົດຟື້ນ​ ສ້າງ​ຂະ​ບວນ​ການ​ຕ້ອນຮັບ​ວັນ​ສ້າງຕັ້ງ ​ສປປ ລາວ ຄົບຮອບ 40 ປີ ດາວ​ທຽມ​ລາວ​ນີ້ ​ຈະ​ເປັນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ສຳລັບ​ວັນ​ປະຫວັດສາດ​ສຳຄັນ​ດັ່ງກ່າວ ພາຍຫຼັງ​ໄດ້​ເລີ່ມ​ກໍ່ສ້າງ​ມາ​ແຕ່​ເດືອນ​ພຶດສະພາ 2008 ດ້ວຍ​ການ​ຂໍ​ຈອງ ແລະ ນຳ​ໃຊ້​ວົງ​ໂຄຈອນ 128,5 ອົງສາ ດ້ວຍ​ການ​ນຳ​ໃຊ້​ທຶນຮອນ​ເປັນ​ຈຳນວນ​ຫຼາຍ ຈົນ​ມາ​ຮອດ​ວັນ​ທີ 11 ກໍລະກົດ 2012 ຈຶ່ງ​ໄດ້​ມີ​ການ​ເຊັນ​ສັນຍາ​ເງິນ​ກູ້​ກັບ​ທະນາຄານ​ຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ ໃນ​ວົງ​ເງິນ​ຫຼາຍ​ກວ່າ 258 ລ້ານ​ໂດ​ລາ​ສະຫະລັດ.

ພາຍຫຼັງ​ສຳເລັດ​ການ​ສົ່ງ​ດາວ​ທຽມ Laosat-1 ຂຶ້ນ​ສູ່​ວົງ​ໂຄຈອນ​ແລ້ວ ຈະ​ມີ​ການ​ສ້າງຕັ້ງ​ບໍລິສັດ​ຮ່ວມ​ທຶນ ເຊິ່ງ​ປະກອບ​ມີ​ລັດຖະບານ​ລາວ ແລະ ບໍລິສັດ​ຜູ້​ມີ​ປະສົບ​ການ​ດ້ານ​ການ​ບໍລິການ​ດາວ​ທຽມ​ລະດັບ​ສາກົນ ຄື: ລັດຖະບານ​ລາວ 45% ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງ​ຈີນ 35% ບໍລິສັດ Space Star Technology (SSTC) ຂອງ​ຈີນ 15% ແລະ ບໍລິສັດ Asia pacific Satellite Technology (APST) (ຮົງ​ກົງ) 5% ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ທຶນ​ດັ່ງກ່າວ ແມ່ນ​ເພື່ອ​ຄວາມ​ສະດວກ​ໃຫ້​ບໍລິສັດ​ຮ່ວມ​ທຶນ ​ມີ​ຄວາມ​ສະດວກ​ໃນ​ວຽກ​ບໍລິການ ການ​ສື່ສານ​ຜ່ານ​ດາວ​ທຽມປະເພດ​ຕ່າງໆ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ເຊັ່ນ: ການ​ສື່ສານ​ສຳລັບ​ວຽກ​ງານ​ຂອງ​ລັດ ການ​ໃຫ້​ເຊົ່າ​ຊ່ອງ​ດາວທຽມ ການ​ບໍລິການ​ໂທລະພາບ​ຜ່ານ​ດາວ​ທຽມ ການ​ສື່ສານ​ສຳລັບ​ເຂດ​ຊົນນະບົດ ແລະ ຫ່າງ​ໄກ​ສອກຫຼີກ ການ​ສຶກ​ສາ ແລະ ການ​ແພດ​ທາງໄກ ລະບົບ​ໂທລະ​ຄົມມະນາຄົມ ແລະ ອິນ​ເຕີ​ເນັດ ການ​ສື່ສານ​ໃນ​ວຽກງານ​ບັນເທົາ​ທຸກ ແລະ ຟື້ນ​ຟູ​ຈາກ​ໄພພິບັດ​ເປັນຕົ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...