spot_img
Homeຂ່າວເຫດການກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

Published on

oudomsay

ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ​ໃນວັນທີ 2-3 ພະຈິກ 2015 ນີ້ ທີ່ສະໂມສອນ ແຂວງອຸດົມໄຊ ໂດຍພາຍ​​ໃຕ້ການເປັນປະທານ ຂອງສະຫາຍ ເພັດສາຄອນ ຫລວງອາໄພ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີອະດີດການນຳ ແຂວງ, ພະນັກງານ ປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຜູ້ຊົງຄຸນວຸດທິ, ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະຫາຍ ຜູ້ແທນສົມບູນ 223 ສະຫາຍ, ຍິງ 23 ສະຫາຍ ​ເປັນ​ຕົວ​ແທນໃຫ້ແກ່ບັນດາສະຫາຍ ສະມາຊິກພັກ ຈໍານວນ 12.757 ສະຫາຍ​ໃນ​ທົ່ວ​ແຂວງເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງນີ້ ​ໄດ້​ຮັບຟັງ​ບົດ​ລາຍ​ງານ​ການ​ເມືອງກອງປະຊຸມໃຫຍ່ ຂອງຄະນະບໍລິຫານ​ງານພັກ ແຂວງອຸດົມໄຊ ຄັ້ງທີ VII ​ແຕ່​ ປີ 2011-2015, ວິ​ໄສ​ທັດ​ຮອດ​ປີ 2030 ​ແລະ ຍຸດ​ທະ​ສາດ​ຮອດ​ປີ 2025 ​ລວມທັງ​ການ​ປະກອບ​ຄຳ​ຄິດ​ເຫັນ​ຈາກ​ບັນດາ ພະ​ແນ​ກການ, ​ເມືອງ ​ແລະ ​ຄອບຄົວ​ຕົວ​ແບບ ເຊິ່ງບັນດາ​ຜູ້​ແທນ​​ໄດ້​ຄົ້ນຄວ້າ, ປະກອບຄໍາ​ເຫັນ ​ແລະ ຮັບຮອງ​ເອົາ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII; ຮັບຮອງ​ເອົາ​ບົດ​ສຳ​ຫລວດ​ ການ​ນໍາພາ​ຂອງ​ຄະນະ​ບໍລິຫານງານ​ພັກ​ແຂວງ ຊຸດ​ທີ VII; ພ້ອມ​ທັງຈະປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຊຸດ​ທີ VIII; ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ປະຈຳ​ພັກ​ແຂວງ, ​ເລືອກ​ເອົາ​ເລຂາ​-ຮອງ ​ເລຂາພັກ​ແຂວງ, ປະທານ-ຮອງ​ປະທານ​ກວດກາ​ພັກ ​ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ ຜູ້​ແທນ​ສົມບູນ-ສຳຮອງ ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ. ພິ​ເສດ​ ກອງ​ປະຊຸມ​ຈະໄດ້​ຮັບ​ຟັງ​ ການ​ໂອ້​ລົມ​ຂອງສະຫາຍ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ອີກ​ດ້ວຍ.

ສະຫາຍ ​ເພັດ​ສາຄອນ ຫລວງ​ອາ​ໄພ ​ໄດ້​ກ່າວ​ໄຂ​ກອງ​ປະຊຸມ ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ​ໃນ​ໄລຍະ 5 ປີຜ່ານມາ ​​ໂດຍ​ສະ​ເພາະການ​ພັດທະນາ​ເສດຖະກິດ, ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຫັນ​ເສດຖະກິດ​ທຳ​ມະ​ຊາດ ​ໄປ​ສູ່​ເສດຖະກິດ​ສິນຄ້າ​ເທື່ອ​ລະ​ກ້າວ ​ເຮັດ​ໃຫ້​ເສດຖະກິດ​ແຂວງ​ອຸດົມ​ໄຊ​ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​ລະດັບ​ສະ​ເລ່ຍ 10,3% ຕໍ່ປີ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ມີ​ມູນ​ຄ່າລວມ 3.000 ກວ່າ​ຕື້​ກີບ, ສະ​ເລ່ຍລາຍ​ຮັບ​ຂອງ​ປະຊາກອນ 9 ລ້ານ​ກວ່າ​ກີບ ຕໍ່ຄົນ​ຕໍ່​ປີ ຫລື 1.200 ​ໂດ​ລາ​ສະຫະລັດ. ​ໃນ​ໂອກາດດຽວກັນ​ນີ້ ສະຫາຍ ​ເພັດ​ສາຄອນ ຫລວງ​ອາ​ໄພ ໄດ້ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ແທນ​ກອງ​ປະຊຸມ​ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ພ້ອມ​ກັນ​ຄົ້ນ​ຄວ້າ​ປະກອບ​ຄຳ​ເຫັນ ​ແລະ ຕົກລົງ​ບັນຫາ​ຕ່າງໆ​ໃຫ້​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນຈິງ ​ເຮັດ​ໃຫ້ການ​ດຳ​ເນີນ​ກອງ​ປະຊຸມ​ໄດ້ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...