spot_img
Homeຂ່າວຍົນຕົກປິດສະໜາ! ຜົນກວດສອບກ່ອງດຳເຜີຍ ເຮືອບິນຣັດເຊຍຕົກຢູ່ອີຢິບ ບໍ່ໄດ້ຖືກຍິງ!

ປິດສະໜາ! ຜົນກວດສອບກ່ອງດຳເຜີຍ ເຮືອບິນຣັດເຊຍຕົກຢູ່ອີຢິບ ບໍ່ໄດ້ຖືກຍິງ!

Published on

EyWwB5WU57MYnKOuXogR01ygBau9dC81yPH1jGEToh2pOQ6zlBRGBw

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກນນີ້ວ່າ ຜົນຂອງການກວດສອບກ່ອງດຳ ເພື່ອໄຂປິດສະໜາ ເຫດເຮືອບິນໂດຍສານ ຖ້ຽວບິນ KGL9268 ສາຍການບິນ ໂຄກາລີມອາເວຍ ຂອງຣັດເຊຍ ຕົກຢູ່ເຂດໄຊນາຍ ປະເທດອີຢິບ ຈົນເຮັດໃຫ້ຜູ້ໂດຍສານ ແລະ ລູກເຮືອເສຍຊີວິດຍົກລຳ 224 ຄົນ ໄດ້ປະກົດວ່າ ເຮືອບິນລຳດັ່ງກ່າວ ບໍ່ໄດ້ຖືກຍິງຕົກ ບໍ່ໄດ້ຖືກກະທົບຈາກວັດຖຸພາຍນອກ ແລະ ນັກບິນເອງ ກໍບໍ່ໄດ້ສົ່ງສັນຍານສຸກເສີນ ກ່ອນທີ່ເຮືອບິນຈະສູນຫາຍ ຈາກຈໍຣາດາ.

ທັງນີ້ ເຈົ້າໜ້າທີ່ອີຢິບ ແລະ ຣັດເຊຍ ຍັງຈະສືບຕໍ່ກວດສອບ ຊຶ່ງຜ່ານມາລ້ວນແຕ່ ຍັງບໍ່ທັນພົບສາເຫດຜິດປົກກະຕິໃດໆ ທີ່ເກີດຂຶ້ນພາຍໃນເຮືອບິນ ແລະ ກໍບໍ່ມີບັນທຶກວ່າ ນັກບິນສົ່ງສານຍານຄວາມຊ່ວຍເຫລືອອີກດ້ວຍ ເຮັດໃຫ້ປິດສະໜາຂອງສາເຫດເຮືອບິນດັ່ງກ່າວຕົກ ຍິ່ງເປັນບັນຫາທີ່ຊັບຊ້ອນຂຶ້ນກ່ວາເກົ່າ.

 

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...