Homeຄວາມງາມແກ້ຜົມບາງ.. ເພີ່ມຜົມໜາໃຫ້ທັນໃຈ

ແກ້ຜົມບາງ.. ເພີ່ມຜົມໜາໃຫ້ທັນໃຈ

Published on

27_20151020164722.
ບັນຫາຜົມບາງ ຜົມລົ່ນ ຄົງຈະສ້າງບັນຫາໃຫ້ສາວໆ ບໍ່ໜ້ອຍ ຈະເຮັດຊົງຜົມຫຍັງກໍເບິ່ງຈະຂາດຄວາມຫມັ້ນໃຈ ມາແກ້ບັນຫາເສັ້ນຜົມດ້ວຍໂຕທ່ານເອງ
1. ເລືອກຢາສະຜົມທີ່ເໝາະກັບສະພາບຜົມ ມີສານບຳລຸງແລະຊ່ວຍຫຼຸດການຫຼຸດລົ່ນຂອງເສັ້ນຜົມ ບໍ່ຕ້ອງສະທຸກມື້
2. ຢ່າໃຊ້ນ້ຳຮ້ອນໃນການສະຜົມ ເຮັດໃຫ້ໜັງຫົວຂອງທ່ານແຫ້ງໄດ້
3. ໃນການຕົກແຕ່ງຊົງຜົມ ເລືອກໃຊ້ສະເປຈັດແຕ່ງຊົງຜົມທີ່ຈະຊ່ວຍເຮັດໃຫ້ຜົມເບິ່ງໜາເພີ່ມຂຶ້ນໄດ້
4. ລອງໃຊ້ນິ້ວມື ຈັດແຕ່ງຊົງຜົມເບິ່ງ ຊຶ່ງຈະບໍ່ເຮັດໃຫ້ຜົມເບິ່ງບາງເໝືອນການໃຊ້ຫວີ
5. ໃຊ້ໄດເປົ່າຜົມຄວາມຮ້ອນປານກາງ (ຢ່າໃຊ້ຄວາມຮ້ອນສູງເກີນໄປ) ຈະຊ່ວຍໃຫ້ຜົມເບິ່ງໜາແລະ ຍົກຕົວງາມ
6. ຫລັງສະຜົມ ຢ່າໃຊ້ຄວາມຮຸນແຮງໃນການເຊັດຜົມ ເພາະເວລານັ້ນຜົມຂອງທ່ານກຳລັງອ່ອນແອ
7. ຮັບປະທານອາຫານບຳລຸງເສັ້ນຜົມ ຊ່ວຍຫຼຸດການລົ່ນຂອງເສັ້ນຜົມ ເຊັ່ນ ຖົ່ວເຫລືອງ ສາລ່າຍ
8. ປ່ຽນຊົງຜົມ ເຊັ່ນ ການຕັດສັ້ນລົງ ຈະຊ່ວຍເຮັດໃຫ້ຜົມທ່ານເບິ່ງມີວອນລຸ່ມຫລາຍຂຶ້ນ ຫລືຈາກປັດຂວາກໍລອງປັດມາທາງຊ້າຍເບິ່ງ ຫລື ຈະດັດເປັນລອນ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...