Homeປະຊາສຳພັນຈະສະຫຼອງວັນປະດິດສະຖານ ອະນຸສອນ ເຈົ້າອະນຸວົງ ຄົບຮອບ 5 ປີ

ຈະສະຫຼອງວັນປະດິດສະຖານ ອະນຸສອນ ເຈົ້າອະນຸວົງ ຄົບຮອບ 5 ປີ

Published on

Estatua-Parque-Chao-Anouvong-Vientiane

ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ຈະ​ໄດ້​ຈັດ​ງານ​ສະເຫຼີມ​ສະຫຼອງ​ວັນ​ປະດິດສະຖານ ອະນຸສອນ ເຈົ້າ​ອະນຸວົງ ຄົບຮອບ 5 ປີ (2/11/2010-2/11/2015) ແລະ ຕັ້ງ​ກອງ​ບຸນ​ເພື່ອ​ອຸທິດ​ໃຫ້​ແກ່​ດວງ​ວິນ​ຍານ​ຂອງ​ເຈົ້າອະນຸວົງ ບັນດາ​ທ່ານ​ບັນ​ພະ​ບູ​ລຸດ ແລະ ຜູ້ນຳ​ພັກ-ລັດ​ຂອງ​ລາວ​ທີ່ໄດ້​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ ເຊິ່ງ​ຈະໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 5-9 ພະຈິກ 2015 ຢູ່​ທີ່​ສວນ​ເຈົ້າ​ອະນຸວົງ (ແຄມ​ຂອງ) ບ້ານ​ຊຽງ​ຍືນ ເມືອງ​ຈັນທະ​ບູ​ລີ.

ສຳລັບ​ງານ​ສະເຫຼີມສະຫຼອງວັນ​ປະດິດສະຖານ ​ອະນຸສອນ ​ເຈົ້າອະນຸວົງ ຄົບຮອບ 5 ປີ ຄັ້ງ​ນີ້ ​ທາງເຈົ້າພາບ​ແມ່ນ​ໄດ້​ຈັດ​ໃຫ້​ມີ​ຫຼາຍກິດຈະກຳ​ດັ່ງນີ້: ວັນ​ທີ 5-9 ພະຈິກ ຈັດ​ໃຫ້​ມີ​ຕະຫຼາດນັດ​ວາງສະແດງ​ສິນຄ້າ​ ຜະລິດ​ຕະ​ພັນ​ຫັດຖະ​ກຳ​ຂອງ​ຊາວບ້ານ​ຢູ່​ສວນ​ເຈົ້າອະນຸວົງ ວັນ​ທີ 7 ພະຈິກ ເປັນ​ມື້ຫ້າງ​ຫາ​ກະກຽມ​ສະຖານທີ່ ແລະ ເຄື່ອງ​ສັງຄະ​ທານ ວັນ​ທີ 8 ພະຈິກ ເປັນ​ມື້​ຕັ້ງ​ກອງ​ບຸນ 9 ກອງ ແລະ ເຄື່ອງ​ສັງຄະ​ທານ​ຕ່າງໆ ເວລາ 9:00 ໂມງ​ເຊົ້າ ມີ​ພິທີ​ແຫ່ອຸປະ​ຄຸດ (ຄອບ​ໄຄວ່) ຕາມ​ປະ​ເພນີ ຫຼັງ​ຈາກ​ນັ້ນ ເວລາ 16:00 ໂມງ​ແລງ ມີ​ການ​ສູດ​ປະລິ​ຕະ​ມຸງຄຸນ ຕອນ​ຄ່ຳ​ມີ​ການ​ຄົບງັນ​ຕາມປະເພນີ (ຟັງ​ໝໍ​ລຳ​ຄູ່-ລຳ​ກອນ) ແລະ ຮັບ​ຟັງ​ການ​ໂມທະນາ​ທານ ແລະ ວັນ​ທີ 9 ພະຈິກ ເວລາ 7:00-11:30 ໂມງ​ເຊົ້າ ມີ​ພິທີ​ໃສ່ບາດ​ພະ 121 ອົງ ຖວາຍ​ເຄື່ອງ​ສັງຄະ​ທານ​ແດ່​ພະສົງ​ສາມະເນນ ແລະ ຖວາຍ​ກອງ​ອັດຖະ​ສັງຄະທານ ເປັນ​ອັນວ່າ​ຈົບ​ພິທີ.

ດັ່ງນັ້ນ ຈຶ່ງ​ແຈ້ງ​ຂ່າວ​ບຸນ​ມາຍັງ​ບັນດາ​ທ່ານ​ຜູ້ນຳ​ພັກ-ລັດ ອົງການຈັດຕັ້ງ​ທຸກ​ພາກສ່ວນ ຫົວໜ່ວຍ​ທຸລະ​ກິດ ບໍລິສັດ​ ຫ້າງ​ຮ້ານ ຕະຫຼອດ​ຮອດ​ປະຊາຊົນ​ບັນດາເຜົ່າ ​ທີ່​ມີ​ຈິດໃຈ​ໃສ​ສັດທາ ​ໄປ​ຮ່ວມໂມທະນາ​ທານ​ນຳ​ດ້ວຍ​ເທີ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...