spot_img
Homeຂ່າວພາຍ​ໃນແພດເຕືອນ! ລະວັງ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ ​- ຖອກທ້ອງ​ ໃນ​ລະດູ​ໜາວນີ້!

ແພດເຕືອນ! ລະວັງ​ພະຍາດອັກ​ເສບ​ລະບົບ​ຫາຍ​ໃຈ ​- ຖອກທ້ອງ​ ໃນ​ລະດູ​ໜາວນີ້!

Published on

DSC_0365

ທ່ານ​ ສຈ ດຣ. ນາງ ດວງ​ດາວ ສຸກ​ອາ​ລຸນ ຮອງ​ອຳນວຍ​ການ​ໂຮງໝໍ​ມະ​ໂຫສົດ ​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ພວກເຮົາ​ວ່າ: ປັດ​ຈຸ​ບັນ​ສະພາບ​ອາກາດ​​ ມີ​ການ​ປ່ຽນ​ແປງ ​ເລີ່ມ​ໜາວ​ເຢັນ​ລົງ, ຈຶ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ພະຍາດ​ຕ່າງໆ​ເກີດ​ຂຶ້ນ​ໄດ້​ງ່າຍ​, ​ໂດຍ​ສະ​ເພາະ ພະຍາດ​ອັກ​ເສບ​ລະ​ບົບຫາຍ​ໃຈ (ເປັນຫວັດ, ​​​ໄອ, ອັກ​ເສບ​ປອດ, ປອດ​ບວມ​) ​ແລະ ພະຍາດຖອກທ້ອງ, ​ຊຶ່ງ​ມັກ​ເກີດ​ຂຶ້ນ​ກັບ​​ທຸກ​ເພດ​​ໄວ ນັບ​ແຕ່​ເດັກນ້ອຍ​ ແລະ ຜູ້​ສູງ​ອາຍຸທີ່ມີ​ພະຍາດ​ຊຳ​ເຮື້ອ​ຢູ່​ແລ້ວ. ດັ່ງ​ນັ້ນ ສາ​ເຫດ​ຂອງ​ການ​ເກີດ​ພະຍາດ​ອັກ​ເສບ​ລະບົບ​ຫາຍ​ໃຈ​ນັ້ນ ​ຍ້ອນ​ມີ​ການ​ໃກ້​ຊິດ​ກັບ​ຜູ້​ທີ່​ເປັນ​ຢູ່​ແລ້ວ ​​ໂດຍ​ການ​ຕິດ​ເຊື້ອ​ໄດ້​ຈາກ​ການ​ໄອ, ຈາມ​ຂອງ​ຜູ້​ທີ່​ເປັນ​ພະຍາດ ​ແລະ ​ເຮັດ​ໃຫ້​ຜູ້​ທີ່ຢູ່​​ໃກ້​ຄຽງ​ຕິດ​​ແປດໄດ້ງ່າຍ. ດັ່ງ​ນັ້ນ ຜູ້​ທີ່​ຕິດ​ເຊື້ອ​ແລ້ວ ຄວນ​ໃສ່​ຜ້າ​ອັດ​ປາກ, ​ເວລາ​​ໄອ, ຈາມ ຕ້ອງ​ເອົາ​ມື​ອັດ​ປາກ ​ແລະ ກົ້ມ​ລົງ​ທຸກ​ຄັ້ງ ພ້ອມ​​ເອົາ​ໃຈ​ໃສ່ລ້າງ​ມື​ ​ເພື່ອ​ຫລີກ​ເວັ້ນຈາກ​ສິ່ງ​ສົກກະປົກ​ຕ່າງໆ. ນອກຈາກ​ນີ້ ພະຍາດ​ຖອກທ້ອງ ​ແມ່ນ​ມັກ​ເກີດ​ຈາກ​ການ​ປວດ​ຕົນ​ໂຕ, ເສຍ​ນ້ຳຫລາຍ, ຖ່າຍ​ຫລາຍ​ໆຄັ້ງ​ຕໍ່​ມື້.

ດັ່ງ​ນັ້ນ, ຖ້າ​ມີ​ອາການ​ຄື​ດັ່ງ​ນີ້ຄວນ​ດື່ມ​ນ້ຳ​ຫລາຍໆ, ດື່ມນ້ຳ​ທີ່​ມີ​ທາດ​ເຄັມ​ປະສົມ​, ນອນ​ພັກຜ່ອນ ​ແລະ ຄວນໄປ​ປຶກສາ​ແພດ​ໝໍ​​ຢູ່​ໂຮງໝໍ​​ທັນທີ, ພ້ອມນີ້ ກໍ​ຄວນ​ເອົາ​ໃຈ​ໃສ່​ປະຕິບັດ​ຫລັກການ​ອາ​ນະ​ໄມ 3 ສະອາດ​​ຄື: ກິນສະອາດ, ນຸ່ງຫົ່ມສະ​ອາດ ​ແລະ ຢູ່​ສະອາດ ​ເພື່ອ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຕ່າງໆ​ຢ່າງ​ຖືກ​ວິທີ. ດັ່ງ​ນັ້ນ ຈຶ່ງ​ຂໍ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ຄົນ​ ພ້ອມ​ກັນ​ເອົາ​ໃຈ​ໃສ່​​ປ້ອງ​ກັນ​ພະຍາດ​ດັ່ງກ່າວ, ຕາມ​ຄຳ​​ແນະນຳ​ຂອງ​ແພດ​ໝໍ​ ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​​ ໃຫ້​ຫລຸດ​ໜ້ອຍ​ຖອຍ​ລົງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...