spot_img
Homeຂ່າວເຫດການສະພາແຫ່ງຊາດ ລາວ-ຮົງກາລີ ປຶກສາຫາລືແລກປ່ຽນ ຄຳຄິດເຫັນຮ່ວມກັນ

ສະພາແຫ່ງຊາດ ລາວ-ຮົງກາລີ ປຶກສາຫາລືແລກປ່ຽນ ຄຳຄິດເຫັນຮ່ວມກັນ

Published on

panee-hong

ຂປລ. ​ໃນວັນທີ 5 ພະຈິກ 2015 ນີ້ ທີ່ສະພາແຫ່ງຊາດ ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວແລະ ຄະນະໄດ້ຕ້ອນຮັບແລະ ພົບກັບທ່ານ ລາຊໂລໂກເວ ປະທານສະພາແຫ່ງຊາດ ​​ແຫ່ງ ຮົງກາລີພ້ອມຄະນະ ​​ເພື່ອປືກສາຫາລື ແລກປ່ຽນຄໍາຄິດຄໍາເຫັນແລະ ປະສົບປະການນໍາກັນ ກ່ຽວກັບການປະຕິບັດໜ້າທີ່ ຂອງສອງສະພາແຫ່ງຊາດ ​​ໃນໂອກາດທີ່ທ່ານແລະ ຄະນະເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວຢ່າງເປັນທາງການ ວັນທີ 4-6 ​ເດືອນພະຈິກນີ້.

ໃນໂອກາດພົບປະ ສອງຝ່າຍໄດ້ພ້ອມກັນ ຕີລາຄາແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການປະຕິບັດໜ້າທີ່ ຂອງອງສະພາແຫ່ງຊາດ ໃນໄລຍະຜ່ານມາ ເຊິ່ງເຫັນວ່າສອງສະພາແຫ່ງຊາດ ລາວຮົງກາລີໄດ້ມີການສະໜັບສະໜູນເຊິ່ງກັນແລະ ກັນໃນເວທີພາກພື້ນແລະ ສາກົນ ຢ່າງຕໍ່ເນື່ອງ ອັນໄດ້ປະກອບສ່ວນ ສ້າງຄວາມເຂົ້າອົກເຂົ້າໃຈກັນ ລະຫວ່າງລັດຖະບານແລະ ປະຊາຊົນສອງຊາດ ເຮັດໃຫ້ການຮ່ວມມືດ້ານຕ່າງໆ ໄດ້ຮັບການພັດທະນາດີຂຶ້ນ ຕາມລໍາດັບ.ໃນ

ໂອກາດພົບປະດັ່ງກ່າວ ທ່ານນາງປານີ ຢາທໍ່ຕູ້ ຍັງໄດ້ສະເໜີໃຫ້ ສອງສະພາແຫ່ງຊາດລາວແລະ ຮົງກາລີ ຄວນມີການແຕ່ງຕັ້ງຄະນະ ມິດຕະພາບລັດຖະສະພາຂອງຕົນເພື່ອເປັນເສນາທິການ ໃນການປະສານງານແລະແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະ ກັນ ກ່ຽວກັບວຽກງານຕ່າງໆ ຂອງສະພາແຫ່ງຊາດ, ​ໃຫ້ສະພາແຫ່ງຊາດຮົງກາລີ ພິຈາລະນາຄວາມເປັນໄປໄດ້ ໃນການແລກປ່ຽນບົດຮຽນ ກ່ຽວກັບການພັດທະນາຄວາມສາມາດ ຂອງສະມາຊິກສະພາແຫ່ງຊາດແລະ ການຊຸກຍູ້ສົ່ງເສີມ ການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດນິຕິບັນຍັດ ​ແລະ ພາສາອັງກິດ ໃຫ້ແກ່ສະພາແຫ່ງຊາດແຫ່ງ ສປປ ລາວ, ​ສະເໜີ ໃຫ້ປະທານສະພາຮົງກາລີ ຊຸກຍູ້ລັດຖະບານຮົງກາລີເພີ່ມທະ ວີການຮ່ວມມືຊ່ວຍຊຸກຍູ້ ບັນດານັກລົງທຶນ, ນັກທ່ອງທ່ຽວຂອງຮົງກາລີ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫລາຍຂຶ້ນຕາມຂະແໜງການ ທີ່ສອງຝ່າຍມີທ່າແຮງ, ສອງສະພາແຫ່ງຊາດ ສືບຕໍ່ຮ່ວມມືກັນໃນເວທີສາກົນ ໂດຍສະເພາະສະຫະພັນລັດຖະສະພາສາກົນ(IPU) ອາເຊັບ (ASEP) ​ແລະ ອື່ນໆເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນເສີມສ້າງສັນຕິພາບ, ມິດຕະພາບແລະ ການຮ່ວມມືເພື່ອການພັດທະນາໃນຂົງເຂດແລະ ​ໃນໂລກ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...