Homeຂ່າວເຫດການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ເລືອກຕັ້ງສະມາຊິກສະພາແຂວງ

ກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ເລືອກຕັ້ງສະມາຊິກສະພາແຂວງ

Published on

F-L-PDR

ກອງ​ປະຊຸມ​ລະຫວ່າງ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທົ່ວ​ປະເທດ ປະຈຳ​ປີ 2015 ຈັດ​ຂຶ້ນ​ລະຫວ່າງວັນ​ທີ 5-7 ພະຈິກ 2015 ຢູ່​ທີ່ຫ້ອງ​ປະຊຸມ​ໃຫຍ່​ສະພາ​ແຫ່ງຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານສະພາ​ແຫ່ງ​ຊາດ.

ໂອກາດ​ດັ່ງກ່າວ​ທ່ານ ສົມ​ພັນ ແພງ​ຄຳ​ມີ ໄດ້​ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ຖື​ວ່າ​ມີ​ຄວາມ​ໝາຍຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ເນື່ອງຈາກ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ພ້ອມ​ກັນ​ຕີລາຄາ​ຄືນ​ ການເຄື່ອນໄຫວ​ວຽກງານ 5 ປີ​ຂອງ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ ແລະ ການ​ຊີ້ນຳ-ນຳພາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຕໍ່​ເຂດ​ເລືອກ​ຕັ້ງຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ຫາລື ແລະ ກຳນົດ​ແຜນ​ຍຸດ​ທະ​ສາດ ໃນ​ການ​ພັດທະນາ​ລະບົບ​ສະພາ ແຕ່​ນີ້​ຫາ​ປີ 2020 ປີ 2025 ແລະ ປີ 2030 ພ້ອມ​ນັ້ນ ກອງປະຊຸມ​ຍັງ​ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຫາລື ແລະ ກຳນົດ​ແຜນ​ວຽກ ເພື່ອ​ຮັບ​ໃຊ້​ແກ່ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ ຊຸດ​ທີ VIII ແລະ ສະມາຊິກ​ສະພາປະຊາຊົນ​ຂັ້ນ​ແຂວງ ລວມ​ທັງວຽກ​ງານ​ຄົ້ນຄວ້າ-ທາບ​ທາມ 3 ຮ່າງ​ກົດໝາຍຄື: ກົດໝາຍ​ວ່າດ້ວຍ​ສະພາ​ແຫ່ງ​ຊາດ ກົດໝາຍວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນແຂວງ ແລະ ກົດໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງ​ສະມາຊິກ​ສະພາແຫ່ງ​ຊາດ ແລະ ສະພາ​ປະຊາຊົນຂັ້ນ​ແຂວງ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...