spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯ ເປີດຂະບວນການກວດເລືອດ ຊອກຫາການຕິດເຊື້ອ HIV ໂດຍບໍ່ເສຍຄ່າ!

ກະຊວງສາທາຯ ເປີດຂະບວນການກວດເລືອດ ຊອກຫາການຕິດເຊື້ອ HIV ໂດຍບໍ່ເສຍຄ່າ!

Published on

1698e7d0bbd0f7387a3dda3eb343582a

ພິທີ​ເປີດ​ຂະ​ບວນ​ການ​ໃຫ້​ຄຳປຶກສາ ແລະ ກວດ​ເລືອດ ​ເພື່ອຊອກ​ຫາ​ການ​ຕິດເຊື້ອເຮສ​ໄອ​ວີ (HIV) ດ້ວຍ​ຄວາມ​ສະໝັກ​ໃຈ ໄດ້​ຈັດ​ຂຶ້ນ​ວັນ​ທີ 5 ພະຈິກ 2015 ທີ່​ໂຮງໝໍ​ເຊດ​ຖາ​ທິ​ຣາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ​ສຈ.​ດຣ. ເອກສະຫວ່າງ ວົງ​ວິຈິດ ລັດຖະມົນຕີວ່າການ​ກະຊວງ​ສາທາລະນະ​ສຸກ ທ່ານ ​ຮສ.​ດຣ. ຄຳ​ເປ ພົງ​ສະຫວັດ ຜູ້ອຳນວຍການ​ໂຮງໝໍ​ເຊດຖາ​ທິ​ຣາດ ແລະ ທ່ານ ​ດຣ. ລູ ດາ​ແປງ ຮັກສາ​ການ​ຕາງໜ້າອົງການ​ອະນາໄມ​ໂລກ ພ້ອມດ້ວຍ​ຜູ້ຕາງໜ້າ​ຈາກ​ກະຊວງ ອົງການຈັດຕັ້ງ​ສາກົນ ອົງການ​ຈັດຕັ້ງ​ທາງ​ດ້ານ​ສັງຄົມ ຕະຫຼອດຮອດ​ພະນັກງານ​ແພດ​ໝໍ​ອ້ອມຂ້າງ​ໂຮງໝໍ​ເຊດ​ຖາ​ທິ​ຣາດ.

ການ​ເປີດ​ຂະ​ບວນ​ການ​ໃນຄັ້ງ​ນີ້ ​ເພື່ອ​ເປັນ​ການ​ປຸກລະດົມ​ໃຫ້ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ຕິດເຊື້ອ HIV ໃຫ້​ມາ​ຮັບ​ການ​ກວດເລືອດ​ເພີ່ມ​ຂຶ້ນ ໄປ​ຄຽງ​ຄູ່​ກັບ​ການໃຫ້​ຄຳ​ປຶກສາ ແລະ ກວດ​ເລືອດດ້ວຍ​ຄວາມ​ສະໝັກ​ໃຈ​ເປັນ​ປົກກະຕິ ​ທີ່​ຈັດ​ຕັ້ງ​ປະຕິບັດ​ຢູ່​ໃນ 172 ແຫ່ງຄື: ຢູ່​ໂຮງໝໍ​ສູນ​ກາງ ໂຮງໝໍ​ແຂວງ ໂຮງໝໍ​ເມືອງ ສູນ​ສຸ​ຂະພາບ ຍິງ-ຊາຍ ແລະ ສູນ​ໄວ​ໜຸ່ມໃນ​ຂອບ​ເຂດ​ທົ່ວ​ປະເທດ​ ໂດຍ​ບໍ່ເສຍ​ຄ່າ ພ້ອມ​ທັງ​ຮັກສາ​ຄວາມລັບ​ຂອງ​ຜູ້​ທີ່​ໄປ​ກວດ​ເລືອດ​ໂດຍ ​ບໍ່ມີ​ການ​ບັນທຶກ​ຊື່​ຂອງ​ຜູ້​ມາ​ຮັບການ​ບໍລິການ ​ແຕ່​ມີ​ເລກ​ກົດ​ລະຫັດ​ລັບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...