spot_img
Homeມຸມຂ່າວ AECໄຂກອງປະຊຸມ ລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 16

ໄຂກອງປະຊຸມ ລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 16

Published on

asem16

ຂປລ. ກອງປະຊຸມລັດຖະມົນຕີ ດ້ານວິທະຍາສາດແລະເຕັກໂນໂລຊີອາຊຽນ ຄັ້ງທີ 16 ໄດ້​​ໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ພະຈິກ 2015 ນີ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການ ກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີ ດ້ານວິທະຍາສາດແລະເຕັກໂນໂລຊີ ຈາກ​​ປະເທດສະມາຊິກອາຊຽນ, ທ່ານ ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນ ຈາກພາກສ່ວນກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດໄດ້ກ່າວບາງຕອນທີ່ສໍາຄັນວ່າ: ວິທະຍາສາດແລະເຕັກໂນໂລຊີແມ່ນກໍາລັງແຮງຂັບເຄື່ອນ ທີ່ສໍາຄັນຕໍ່ເສດຖະກິດແລະ ການພັດທະນາ ສະນັ້ນ ການ​​ເຂົ້າຮ່ວມ​​ປະຊຸມ ຂອງບັນດາທ່ານໃນຄັ້ງນີ້ສະແດງເຖິງຄວາມໝາຍອັນແຮງກ້າແລະ ຄວາມພະຍາຍາມອັນສູງສົ່ງ ຮ່ວມກັນຂອງບັນດາ ປະເທດອາຊຽນເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມກ້າວໜ້າ ທາງດ້ານວິທະຍາສາດແລະເຕັກໂນໂລຊີເຊິ່ງເປັນປັດ​ໄຈອັນສໍາຄັນ ໃນການຜັກດັນການພັດທະນາ ເສດຖະກິດສັງຄົມ ຂອງແຕ່ລະປະເທດໃນອາຊຽນ ໃຫ້ຈະເລີນຮຸ່ງເຮື່ອ, ​ພ້ອມດຽວກັນອງປະຊຸມໃນຄັ້ງນີ້ກໍຈັດຢູ່ໃນໄລຍະທີ ສປປ ລາວ ກໍາລັງກະກຽມ​​ ເປັນປະທານອາຊຽນແລະເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ພ້ອມດ້ວຍກອງປະຊຸມ ທີ່ກ່ຽວຂ້ອງອື່ນໆ ໃນປີ 2016. ຂະນະດຽວກັນ ອາຊຽນ ກໍາລັງຄົ້ນຄ້ວາແລະ ພິຈາລະນາວິໄສທັດ ປະຊາຄົມເສດຖະກິດອາຊຽນ ພາຍຫລັງ ປີ 2015 ​ເຊິ່ງຄາດວ່າຈະຖືກຮັບຮອງ ເອົາໃນກອງປະຊຸມ ສຸດຍອດອາຊຽນ ໃນທ້າຍປີນີ້.

ທ່ານ ທອງລຸນສີສຸລິດ ກ່າວຕື່ມວ່າ: ​ເຖິງຢ່າງໃດກໍຕາມ ອີງໃສ່ຄວາມຮຽກຮ້ອງຕ້ອງການ ໄລຍະໃໝ່ ຂ້າພະເຈົ້າມີ ຄວາມເຊື່ອໝັ້ນວ່າ ກອງປະຊຸມລັດຖະມົນຕີ ວິທະຍາສາດແລະເຕັກໂນໂລຊີອາຊຽນ ຄັ້ງທີ 16 ນີ້ ຈະເປັນເວທີປຶກສາຫາລືແລະ ບັນລຸການຕົກລົງ ທີ່ນໍາໄປສູ່ການພັດທະນາ ວິທະຍາສາດແລະເຕັກໂນໂລຊີ ຕາມແນວຄິດວິໄສທັດ ທີ່ກໍານົດຮ່ວມກັນ ຄືສ້າງໃຫ້ອາຊຽນ ມີຄວາມສາມາດແຂ່ງຂັນ ດ້ານເຕັກໂນໂລຊີ, ມີຄວາມກ້າວໜ້າ ໃນເຕັກໂນໂລຊີ ທີ່ມີລັກສະນະຍຸດທະສາດ, ມີຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດສູງ ທາງດ້ານເຕັກໂນໂລຊີ, ມີເຄືອຂ່າຍການພົວພັນ ລະຫວ່າງສະຖາບັນແລະ ສູນກາງ ທາງດ້ານວິທະຍາສາດແລະເຕັກໂນໂລຊີທີ່ເຂັ້ມແຂງດີເລີດ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...