Homeຂ່າວຕ່າງປະເທດຝຣັ່ງສົ່ງເຮືອກຳປັ່ນບັນທຸກເຮືອບິນ ລຳໃຫຍ່ທີ່ສຸດຂອງປະເທດ ໄປໂຈມຕີກຸ່ມໄອເອັສ!

ຝຣັ່ງສົ່ງເຮືອກຳປັ່ນບັນທຸກເຮືອບິນ ລຳໃຫຍ່ທີ່ສຸດຂອງປະເທດ ໄປໂຈມຕີກຸ່ມໄອເອັສ!

Published on

EyWwB5WU57MYnKOuXogi5TKvsdCrExJ8uPqnGUOobYWHOxs3qVwYlg

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ພະຈິກນີ້ວ່າ ຝຣັ່ງດຳເນີນການສົ່ງເຮືອກຳປັ່ນບັນທຸກເຮືອບິນ ພະລັງງານນິວເຄລຍ ຊາກເດີໂກນ ຊຶ່ງເປັນເຮືອກຳປັ່ນທີ່ມີຂະໜາດໃຫຍ່ທີ່ສຸດຂອງປະເທດ ອອກໄປສະໜັບສະໜູນປະຕິບັດການໂຈມຕີທາງອາກາດ ໃນປະເທດອີຣັກ ແລະ ຊີຣີ ເພື່ອຕໍ່ສູ້ກັບກຸ່ມລັດອິດສະລາມ ຫລື ໄອເອັສ ຊຶ່ງເປັນເທື່ອທີສອງໃນປີນີ້ ທີ່ກອງທັບຝຣັ່ງນຳສົ່ງເຮືອກຳປັ່ນບັນທຸກເຮືອບິນລຳດັ່ງກ່າວ ອອກປະຕິບັດການໂຈມຕີ ຕໍ່ກຸ່ມໄອເອັສ ຊຶ່ງຄັ້ງທຳອິດ ແມ່ນຖືກສົ່ງໄປປະຈຳການໃນເດືອນກຸມພາ ກ່ອນຈະເດີນທາງກັບຄືນໃນອີກ 2 ເດືອນຕໍ່ມາ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...