spot_img
Homeນານາສາລະລະວັງເສຍສຸຂະພາບຍ້ອນແອລົດເປື້ອນເຊື້ອລາຂຶ້ນລົດ

ລະວັງເສຍສຸຂະພາບຍ້ອນແອລົດເປື້ອນເຊື້ອລາຂຶ້ນລົດ

Published on

thumb

ເຄີຍເຂົ້າໄປນັ່ງໃນລົດຕົນເອງຫລືລົດໝູ່ແລ້ວຮູ້ສຶກອາກາດອັບຫລືອາດຈະຝຸ່ນຫລາຍຈົນທັງຈາມທັງໄອຕັ້ງແຕ່ກ້າວທຳອິດທີ່ຂຶ້ນລົດ ອາກາດບ້ານເຮົາທັງຮ້ອນທັງຊຸ່ມ ທັງເຊື້ອລາ ທັງແບກທີເຣຍຈະເລີນເຕີບໂຕໄດ້ງ່າຍຫລາຍໆ ຍິ່ງຊ່ອງແອຖ້າບໍ່ໄດ້ຮັບການເຮັດຄວາມສະອາດນຳ ລົມປະທະໜ້າເທື່ອທຳອິດທີ່ເປີດແອນີ້ເຕັມໄປດ້ວຍເຊື້ອລາແຈ້ງໆຈະບໍ່ໃຫ້ປ່ວຍໄດ້ຈັ່ງໃດ ທາງການແພດພວກເຂົາເອີ້ນວ່າ “Sick Car Syndrome”

ອາການປ່ວຍຈາກເຊື້ອລາ ແບກທີເຣຍ ແລະ ຝຸ່ນຕ່າງໆ ໃນລົດ

– ໄອ

– ຈາມ

– ຫາຍໃຈລຳບາກ

– ລະຄາຍເຄືອງຕາ ແລະດັງ ຈົນນ້ຳມູກນ້ຳຕາໄຫລ

– ຢາກນອນຊຶມ

– ແໜ້ນໜ້າເອິກ

– ລະບົບທາງເດີນຫາຍໃຈຜິດປົກກະຕິ

– ພູມແພ້
ສະເປສີດດັບກິ່ນ ນ້ຳຢາດັບກິ່ນໃນລົດ ຊ່ວຍໄດ້ຫລືບໍ່?

ຖ້າເປັນສູດກຳຈັດແບກທີເຣຍກໍຊ່ວຍໄດ້ພຽງໄລຍະໜຶ່ງ ແຕ່ເມື່ອລິດ ຫລືກິ່ນຂອງນ້ຳຢາໝົດ ແບກທີເຣຍແລະເຊື້ອລາກໍຈະກັບມາອີກຢູ່ດີ ແຕ່ຖ້າເປັນສູດປັບກິ່ນລ້າໆກໍບໍ່ສາມາດຂ້າແບກທີເຣຍ ຫລືເຊື້ອລາໄດ້

ວິທີກຳຈັດຝຸ່ນ ເຊື້ອລາໃນລົດ ສາເຫດຂອງພະຍາດພູມແພ້

1. ຫາສາເຫດຂອງກິ່ນອັບຖ້າເປີດປະຕູເຂົ້າໄປແລ້ວມີກິ່ນເລີຍກິ່ນອາດຈະມາຈາກບ່ອນນັ່ງ ຫາກມີກິ່ນຕອນເປີດແອ ກິ່ນອາດມາຈາກແອ ເປັນຕົ້ນ ເມື່ອຫາສາເຫດໄດ້ແລ້ວກໍຈັດການເຮັດຄວາມສະອາດໄດ້ເລີຍ

2.ໝັ່ນດູດຝຸ່ນເບາະນັ່ງເປັນປະຈຳໂດຍສະເພາະເບາະຜ້າຢ່າລືມດູດຝຸ່ນພົມຢູ່ຕີນນໍາ

3.ຖ້າມີນ້ຳ ຫລືເຄື່ອງດື່ມຕ່າງໆເຄີຍເຮ່ຍໃສ່ເບາະ ຫລືບ່ອນວາງຕີນ ຮີບເຮັດຄວາມສະອາດ ແລະຈັດການໃຫ້ແຫ້ງ

4.ຢ່າສີດສະເປ ນ້ຳຫອມ ຫລື ສານເຄມີຕ່າງໆ ຫລາຍຈົນເກີນໄປ ແທນທີ່ຈະໃຫ້ຜົນດີີ ກັບໃຫ້ຜົນທີ່ບໍ່ດີກວ່າເກົ່າ

5.ຖ້າຍັງມີເຊື້ອລາຫລືກິ່ນອັບທີ່ແກ້ໄຂເອງບໍ່ໄດ້ໃຫ້ຮີບປຶກສາຜູ້ຊ່ຽວຊານ
ລົດສຳລັບບາງຄົນເກືອບຈະເປັນຄືເຮືອນຫລັງທີ່ສອງຫລືສາມ(ຮອງຈາກຫ້ອງການ) ເພາະສະນັ້ນເຮົາກໍຄວນເບິ່ງແຍງ ເຮັດຄວາມສະອາດ ແລະ ປິ່ນປົວສະພາບລົດໃຫ້ສະອາດແລະພ້ອມໃຊ້ງານຢູ່ສະເໝີ ເພື່ອສຸຂະພາບທີ່ດີ ແລະ ຄວາມປອດໄພຂອງເຮົາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...