spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂິງ ສະໝຸນໄພລິດຮ້ອນ ປະໂຫຍດແຮງ

ຂິງ ສະໝຸນໄພລິດຮ້ອນ ປະໂຫຍດແຮງ

Published on

26_20151102105424.
ຂິງ ເປັນສະມຸນໄພທີ່ມີລິດອຸ່ນ ລົດຊາດຮ້ອນ ປະກອບໄປດ້ວຍແຮ່ທາດຕ່າງໆຫລວງຫລາຍ ນຳໄປປະກອບອາຫານໄດ້ຫລວງຫລາຍ ຫລືຈະເປັນເຄື່ອງດື່ມສະໝຸນໄພ
ໃນຂິງຈະມີນ້ຳມັນຫອມລະເຫຍ ປະກອບດ້ວຍ Gingerol ແລະ Shogaol ທີ່ຈະຊ່ວຍຂັບເຫື່ອແລະເຮັດໃຫ້ຮ່າງກາຍອົບອຸ່ນ ທັງຍັງຊ່ວຍບັນເທົາພິດໄຂ້
– ຂິງຍັງຊ່ວຍຫລຸດອາການທ້ອງອືດຫລືອາຫານບໍ່ຍ່ອຍ
– ຂິງຈະຊ່ວຍຂັບລົມແລະກະຕຸ້ນການເຮັດວຽກງານຂອງລຳໄສ້ ເຮັດໃຫ້ບັນເທົາອາການທ້ອງອືດລົງໄດ້
– ຂິງຍັງມີລິດຊ່ວຍບັນເທົາອາການໄມເກນ ເພາະຈະໄປຊ່ວຍສະກັດຮໍໂມນທີ່ກ່ຽວກັບການອັກເສບ ຊ່ວຍໃຫ້ອາການເຈັບປວດຈາກໄມເກນຫລຸດລົງໄດ້
– ຂິງຍັງຊ່ວຍໃຫ້ຈະເລີນອາຫານ ຊ່ວຍຍ່ອຍອາຫານ ເຮັດໃຫ້ເລືອດໄຫລວຽນດີ ຫລຸດຄວາມດັນ ແລະຫລຸດຄໍເລດເຕີລໍ
– ຂິງມີລິດແກ້ປວດແລະຕ້ານການອັກເສບ
– ນ້ຳຂິງມີສັບເຈົ້າຊ່ວຍໃຫ້ການຂັບຖ່າຍຂອງເຮົາເປັນປົກຕິ
– ຊ່ວຍເຜົາຜານພະລັງງານໃນຮ່າງກາຍ ຊ່ວຍໃຫ້ຮ່າງກາຍເຜົາຜານໄກໂຄເຈນໄດ້ດີຂຶ້ນ
– ການດື່ມນ້ຳຂິງອຸ່ນໆ ສາມາດຊ່ວຍບັນເທົາອາການເຈັບຄໍ ອາການຄັດດັງແລະບັນເທົາອາການຫວັດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...