spot_img
Homeຂ່າວເຫດການກະຊວງແຜນການ ແລະ ການລົງທຶນ ຫາລືປັບປຸງກົດໝາຍ ວ່າດ້ວຍການລົງທຶນຂອງລັດ

ກະຊວງແຜນການ ແລະ ການລົງທຶນ ຫາລືປັບປຸງກົດໝາຍ ວ່າດ້ວຍການລົງທຶນຂອງລັດ

Published on

khamlien

ຂປລ. ກະຊວງ​ແຜນການ ​ແລ​ະ ການ​ລົງທຶນ (ຜທ) ​ໄດ້​ຈັດ​ກອງ​ປະຊຸມ​ ປຶກສາ​ຫາລືກ່ຽວ​ກັບ​ ການ​ປັບປຸງ ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ສະບັບ​ປີ 2009 ​ຂຶ້ນໃນ​ວັນ​ທີ 11 ພະຈິກ 2015 ນີ້, ​ໂດຍ​ມີ​ທ່ານ ດຣ. ຄຳ​ລຽນ ພົນ​ເສນາ ລັດຖະມົນຕີ​ ຊ່ວຍ​ວ່າການ​ກະຊວງ (ຜທ) ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ເປັນ​ເສນາທິການ ​ໃຫ້​ລັດຖະບານ​ ​ໃນ​ການ​ຄຸ້ມ​ຄອງ ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ກໍ​ຄື​ແຜນການ​ລົງທຶນ​ຂອງ​ລັດ ສະ​ນັ້ນ, ຈຶ່ງ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ ປັບປຸງ​ກົດໝາຍ​ດັ່ງ​ກ່າວ ​​ໃຫ້ມີ​ເນື້ອ​ໃນ​ທີ່​ສອດຄ່ອງ-ຄົບ​ຖ້ວນ, ສາມາດ​ຮອງ​ຮັບ​ສະພາບ​ ​ແລະ ​ເງື່ອນ​ໄຂ​ໃນ​ປັດຈຸບັນ ​ແລະ ​ໃຫ້​ຖືກຕ້ອງ​ຕາມ​ຂັ້ນ​ຕອນ, ຫລັກການທີ່​ກຳນົດ​ໄວ້​ໃນ ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິຕິ​ກຳ ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້​ກົດໝາຍ​ ສະບັບ​ດັ່ງກ່າວ ມີ​ຄວາມ​ສອດ​ຄ່ອງ ​ແລະ ກົ​ມກຽວ​ກັນ​ກັບ​ຮ່າງ​ກົດໝາຍ​ ວ່າ​ດ້ວຍ​ສະພາ​ປະຊາຊົນ​ຂັ້ນ​​ແຂ​ວງ ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ ຊຸດ​ທີ VII ຈະ​ພິຈາລະນາ​ຮັບຮອງ​ເອົາ​​ ໃນທ້າຍ​ປີ​ນີ້.

ພາຍ​ຫລັງຮ່າງ​ກົດໝາຍ​ດັ່ງກ່າວ ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ ຈະ​ເຮັດ​ໃຫ້ການ​ ຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດ ມີ​ປະສິດ​ທິພາ​ບ ​ແລະ ປະສິດ​ທິຜົນ, ການ​ລົງທຶນ​ມີ​ຈຸດ​ສຸມ ສາມາດ​ຊຸກຍູ້​ ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ​ໃນ​ແຕ່ລະ​ໄລຍະ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...