spot_img
Homeຂ່າວຕ່າງປະເທດປູຕິນປະກາດ ຣັດເຊຍພັດທະນາອາວຸດໃໝ່ ສາມາດເຈາະທະລຸ ລະບົບປ້ອງກັນຂອງນາໂຕ້!

ປູຕິນປະກາດ ຣັດເຊຍພັດທະນາອາວຸດໃໝ່ ສາມາດເຈາະທະລຸ ລະບົບປ້ອງກັນຂອງນາໂຕ້!

Published on

558000013008801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພະຈິກຜ່ານມານີ້ວ່າ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ໄດ້ປະກາດຢູ່ກອງປະຊຸມ ວ່າດ້ວຍອຸດສາຫະກຳ ປ້ອງກັນປະເທດ ໃນວັນອັງຄານທີ 10 ພະຈິກ 2015 ທີ່ເມືອງໂຊຊິ ເມືອງຕາກອາກາດ ແຄມທະເລດຳຂອງຣັດເຊຍວ່າ ຣັດເຊຍ ຈະພັດທະນາອາວຸດໃໝ່ ຊຶ່ງຈະສາມາດເຈາະທະລຸ ລະບົບປ້ອງກັນ ຂີປະນາວຸດຂອງນາໂຕ້ ທີ່ສະຫະລັດອາເມຣິກາ ມີເປົ້າໝາຍ ໃຊ້ໃນການສະກັດກັ້ນ ຂີດຄວາມສາມາດ ດ້ານການທະຫານຂອງ ຣັດເຊຍ ໂດຍທ່ານໄດ້ກ່າວວ່າ ຕະຫລອດໄລຍະ 3 ປີທີ່ຜ່ານມາ ບໍລິສັດ ໃນພາກອຸດສາຫະກຳ ປ້ອງກັນປະເທດຣັດເຊຍ ໄດ້ສ້າງ ແລະ ປະສົບຜົນສຳເລັດ ໃນການທົດສອບ ລະບົບອາວຸດໃໝ່ ທີ່ມີຂີດຄວາມສາມາດ ໃນພາລະກິດໂຈມຕີທຳລາຍ ລະບົບຕໍ່ຕ້ານ ຂີປະນາວຸດແບບຫລາຍຊັ້ນ ແລະ ລະບົບອາວຸດ ທີ່ພັດທະນາໃໝ່ນີ້ ໄດ້ເລີ່ມຖືກນຳໃຊ້ ເຂົ້າສູ່ກອງທັບແລ້ວໃນປີນີ້.

ຕະຫລອດໄລຍະຫລາຍປີຜ່ານມາ ຣັດເຊຍ ໄດ້ມີຈຸດຢືນຕໍ່ຕ້ານ ລະບົບປ້ອງກັນຂີປະນາວຸດ ທີ່ອົງການສົນທິສັນຍາ ປ້ອງກັນ ແອັດແລນຕິກເໜືອ ຫລື ນາໂຕ້ ໂດຍມີ ສະຫະລັດອາເມຣິກາ ເປັນຜູ້ສະໜັບສະໜູນ ໄດ້ເລັງທຳການ ຕິດຕັ້ງໃສ່ທົ່ວເອີຣົບ ເພື່ອມີເປົ້າໝາຍສະກັດກັ້ນ ຂີປະນາວຸດຂ້າມທະວີບຂອງ ຣັດເຊຍ, ເຖິງແມ່ນວ່າ ລະບົບປ້ອງກັນດັ່ງກ່າວ ອາເມຣິກາຈະອ້າງວ່າ ສ້າງຂຶ້ນເພື່ອປ້ອງກັນ ໄພຄຸກຄາມນິວເຄລຍຂອງ ອີຣ່ານ ແລະ ເກົາຫລີເໜືອກໍຕາມ, ແຕ່ທ່ານປູຕິນ ໄດ້ໂຕ້ຕອບວ່າ ວໍຊິງຕັນ ເດີນໜ້າລະບົບປ້ອງກັນດັ່ງກ່າວ ທັງໆທີ່ອີຣ່ານ ໄດ້ເຮັດຂໍ້ຕົກລົງດ້ານນິວເຄລຍກັບ 6 ປະເທດມະຫາອຳນາດແລ້ວ ວ່າຈະຄວບຄຸມ ໂຄງການນິວເຄລຍຂອງຕົນ ເພື່ອແລກກັບການຜ່ອນຜັນ ຈາກມາດຕະການ ຂວ້ຳບາດຈາກສາກົນ.

ທ່ານ ປູຕິນ ເວົ້າວ່າ ” ການອ້າງອີງໄພຄຸກຄາມ ຈາກນິວເຄລຍຂອງ ອີຣ່ານ ແລະ ເກົາຫລີເໜືອ ເປັນພຽງຂໍ້ອ້າງ ແລະ ພາລະກິດທີ່ແທ້ຈິງ ຂອງພວກເຂົາຄື ການທຳລາຍ ສັກກະຍະພາບນິວເຄລຍ ຂອງປະເທດອື່ນໆ ໂດຍສະເພາະແມ່ນຣັດເຊຍ ຊຶ່ງໜ້າເສຍດາຍ ທີ່ຄວາມເປັນຫ່ວງ ແລະ ຂໍ້ສະເໜີຂອງພວກເຮົາ ຖືກເບິ່ງຂ້າມ “.

ດ້ານທ່ານ ດິມິຕຣີ ເພສະຄອບ ໂຄສົກລັດຖະບານຣັດເຊຍ ໄດ້ກ່າວຕື່ມອີກວ່າ ທ່ານປູຕິນ ໄດ້ເນັ້ນຢ້ຳມາໂດຍຕະຫລອດ ວ່າຈະບໍ່ເອົາແບບຢ່າງ ຕາມອາເມຣິກາ ທີ່ທຸ້ມເທງົບປະມານມະຫາສານ ໄປກັບລະບົບປ້ອງກັນ ຂີປະນາວຸດ ໂດຍສິ່ງທີ່ຣັດເຊຍເລືອກນັ້ນ ມີຕົ້ນທຶນທີ່ຖືກກ່ວາ ແຕ່ມີປະສິດທິພາບ ບໍ່ນ້ອຍກ່ວາ ຫລື ອາດຫລາຍກ່ວາ ລະບົບຂອງອາເມຣິກາອີກຊ້ຳ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...