spot_img
Homeຂ່າວຕ່າງປະເທດກຳລັງຊາວເຄີດໃນອີຣັກ ບຸກຄັ້ງໃຫຍ່ໃສ່ກຸ່ມໄອເອັສຢູ່ເມືອງຊິນຈາ ຫວັງປົດປ່ອຍຄືນ!

ກຳລັງຊາວເຄີດໃນອີຣັກ ບຸກຄັ້ງໃຫຍ່ໃສ່ກຸ່ມໄອເອັສຢູ່ເມືອງຊິນຈາ ຫວັງປົດປ່ອຍຄືນ!

Published on

558000013029101

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ພະຈິກນີ້ວ່າ ກອງກຳລັງນັກຮົບຊາວເຄີດ ໃນປະເທດອີຣັກ ໄດ້ເປີດສາກບຸກໂຈມຕີ ກຸ່ມລັດອິດສະລາມ ຫລື ໄອເອັສ ຄັ້ງໃຫຍ່ໃນມື້ນີ້  (12 ພະຈິກ) ໃນເມືອງຊິນຈາ ເພື່ອປົດປ່ອຍເມືອງດັ່ງກ່າວ ຈາກການຍຶດຄອງຂອງກຸ່ມໄອເອັສ ທີ່ຍຶດຄອງເມືອງດັ່ງກ່າວ ຈາກລັດຖະບານອີຣັກ ໃນເດືອນສິງຫາ ປີ 2014 ຜ່ານມາ ໂດຍເມືອງດັ່ງກ່າວ ຕັ້ງຢູ່ເທິງເສັ້ນທາງລຳລຽງ ທີ່ສຳຄັນຂອງກຸ່ມໄອເອັສ ທີ່ເຊື່ອມຕໍ່ກັບປະເທດຊີຣີ ຊຶ່ງການຍຶດຄອງເມືອງດັ່ງກ່າວຄືນ ຈະເປັນການຕັດເສັ້ນທາງເຊື່ອມຕໍ່ ອັນຈະສົ່ງຜົນເສຍຫາຍສຳຄັນ ຕໍ່ຄວາມສາມາດຂອງກຸ່ມໄອເອັສ ໃນການເຄື່ອນທັບ ແລະ ລຳລຽງສະບຽງ ລະຫວ່າງດິນແດນທີ່ພວກເຂົາຍຶດຄອງຢູ່ ອີຣັກ ແລະ ຊີຣີ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...