spot_img
Homeຂ່າວຕ່າງປະເທດຊາດເອີຣົບຮ່ວມມືຈັບກຸມ ເຄືອຂ່າຍກໍ່ການຮ້າຍ ວາງແຜນຊ່ວຍຜູ້ນຳກຸ່ມ ໂຕນຄຸກ!

ຊາດເອີຣົບຮ່ວມມືຈັບກຸມ ເຄືອຂ່າຍກໍ່ການຮ້າຍ ວາງແຜນຊ່ວຍຜູ້ນຳກຸ່ມ ໂຕນຄຸກ!

Published on

EyWwB5WU57MYnKOuXoiOuogKDmKgu0V605fVAQQTBDInvFhUBeH5sd

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ12 ພະຈິກຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດອີຕາລີ, ສະຫະຣາຊະອານາຈັກ, ນອກແວ, ແຟັງລັງ, ເຢຍລະມັນ ແລະ ສະວິດ ໄດ້ຮ່ວມກັນຈັບກຸມ ເຄືອຂ່າຍຜູ້ຖືກສົງໃສ ສະມາຊິກກຸ່ມຕິດອາວຸດ Rawti Shax ທີ່ກຳລັງວາງແຜນຊ່ວຍເຫລືອ ທ້າວ ມຸນເລາະ ເຄຣກາ ຜູ້ນຳຂອງກຸ່ມ ທີ່ກຳລັງຖືກກັກຂັງໃນຄຸກ ຢູ່ປະເທດນອກແວ ຊຶ່ງການຈັບກຸມກຸ່ມດັ່ງກ່າວ ແມ່ນເປັນສ່ວນໜຶ່ງ ໃນແຜນຕໍ່ຕ້ານການກໍ່ການຮ້າຍ ທີ່ນຳໂດຍອີຕາລີ ຊຶ່ງດຳເນີນການ ຈັບກຸມຜູ້ຖືກສົງໃສ ຕາມໝາຍຈັບຂອງສະຫະພາບເອີຣົບ ຈຳນວນ 17 ຄົນ ໃນນັ້ນຈັບໄດ້ແລ້ວ 15 ຄົນ ສ່ວນຍັງອີກ 2 ຄົນ ເຊື່ອວ່າ ຍັງຢູ່ໃນປະເທດອີຣັກ ໂດຍທັງໝົດ ຖືກຕັ້ງຂໍ້ກ່າວຫາ ກໍ່ການຮ້າຍຂ້າມຊາດ ແລະ ຈະຖືກສົ່ງຕົວ ໄປດຳເນີນຄະດີຢູ່ປະເທດອີຕາລີ.

 

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...