Homeຂ່າວພາຍ​ໃນການຜະລິດເປັນສິນຄ້າຂອງລາວຂະຫຍາຍຕົວ ເດັ່ນກວ່າໝູ່ແມ່ນກາເຟ!

ການຜະລິດເປັນສິນຄ້າຂອງລາວຂະຫຍາຍຕົວ ເດັ່ນກວ່າໝູ່ແມ່ນກາເຟ!

Published on

20140905101149

ຂປລ. ການຜະລິດເປັນສິນຄ້າ ຢູ່ສປປ ລາວ ໄດ້ຂະຫຍາຍຕົວຢ່າງແຂງແຮງ ເດັ່ນກວ່າໝູ່ ແມ່ນກາເຟ ເຊິ່ງໃນປີ 2015 ໄດ້ເພີ່ມການຜະລິດມາເປັນ 99.800 ໂຕນ ລື່ນການຜະລິດໃນປີ 2011 ເກືອບເທົ່າຕົວ, ການຜະລິດສາລີອາຫານສັດ ກໍຍັງສືບ ຕໍ່ຂະຫຍາຍຕົວສູງເຊັ່ນດຽວກັນ ສາມາດບັນລຸຜົນຜະລິດ 1,1 ລ້ານໂຕນ, ສຳລັບພືດອື່ນໆ ທີ່ພົ້ນເດັ່ນ ແມ່ນບັນດາພືດອຸດສາຫະກຳເຊັ່ນ: ມັນຕົ້ນ, ຢາງພາລາ, ອ້ອຍ, ພືດ, ປະເພດຢາສູບ, ໝາກເດືອຍ, ຖົ່ວເຫລືອງ ແລະ ຖົ່ວດິນ ກໍໄດ້ຂະຫຍາຍຕົວ ລືນແຜນການທີ່ວາງໄວ້ ພ້ອມນີ້ ການຜະລິດເຂົ້າເປັນສິນຄ້າ ໂດຍສະເພາະເຂົ້າຫອມ,ເຂົ້າອິນຊີ, ເຂົ້າພື້ນເມືອງ ໄດ້ກາຍເປັນໜໍ່ແໜງອັນດີໃນການສົ່ງອອກເປັນສິນຄ້າ, ສະເພາະສິນຄ້າຈາກສັດ ແລະ ປາ ໄດ້ມີການຂະຫຍາຍຕົວຢ່າງພົ້ນເດັ່ນ ຄືການຂະຫຍາຍຕົວ ຂອງລະບົບການຜະລິດແບບເປັນຟາມ ຖືເປັນຮູບແບບການຜະລິດແບບອຸດສາຫະກຳ ແລະ ທັນສະໄໝ, ຟາມລ້ຽງໝູ, ໄກ່ ໄດ້ຂະຫຍາຍມາເປັນລະບົບຟາມຈາກ 10% ໃນປີ 2011 ມາເປັນ 30% ໃນປີ 2015.

ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ​ໄດ້​ໃຫ້​ຮູ້ວ່າ: ບັນດາຜົນສຳເລັດທີ່ກ່າວນັ້ນຍ້ອນວ່າ ພາກລັດ ໄດ້ມີນະໂຍບາຍສົ່ງເສີມ ທີ່ເປັນບູລິມະສິດ, ຖືກຕ້ອງ ໂດຍສະເພາະນະໂຍບາຍວຽກງານ 3 ສ້າງ ໄດ້ເຮັດໃຫ້ປະຊາຊົນ, ຜູ້ປະກອບ ການມີຄວາມຕື່ນຕົວ, ຫັນປ່ຽນຈິນຕະນາການ ຈາກການຜະລິດແບບດັ້ງເດີມ ໄປສູ່ການຜະລິດເປັນສິນຄ້າ, ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ເຊັ່ນດຽວກັນ ພື້ນຖານໂຄງລ່າງ ກໍໄດ້ຮັບການພັດທະນາເປັນກ້າວໆ ເປັນຕົ້ນ ລະບົບຊົນລະປະທານ, ການຫັນເປັນກົນຈັກ ເຮັດໃຫ້ຕ່ອງໂສ້ການຜະລິດຕິດພັນ ກັບການປຸງແຕ່ງຫລາຍຂຶ້ນກວ່າເກົ່າ. ພົ້ນເດັ່ນແມ່ໂຮງງານປຸ່ງແຕ່ງກາເຟ, ນ້ຳຕານ, ອານຫານສັດ ແລະ ໂຮງງານຝຸ່ນປຸຍ ແລະ ອື່ນໆ ກໍຄື ໄດ້ມີການພັດທະນາ ລະບົບ ສຸຂະນະນາໄມພຶດ ແລະ ສັດ (SPS)  ຢ່າງເປັນລະບົບ ອັນໄດ້ກ້າວໄປສູ່ການເຊັນສັນຍາກັບ ສປ ຈີນ ເປັນຕົ້ນແມ່ນ SPS : ເຂົ້າ, ສາລີ, ອາຫານສັດ, ມັນຕົ້ນ, ໝາກກ້ວຍ, ໝາກໂມ ແລະ ຈະສືບຕໍ່ເຊັນສັນຍາພືດອື່ນໆ ທີ່ມີທ່າແຮງໃນການຜະລິດເປັນສິນຄ້າ ເພື່ອການສົ່ງອອກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...