spot_img
Homeຂ່າວທ້ອງຖິ່ນເມືອງຈັນທະບູລີ ເປີດວັນສັກຢາປ້ອງກັນພະຍາສັດແຫ່ງຊາດ

ເມືອງຈັນທະບູລີ ເປີດວັນສັກຢາປ້ອງກັນພະຍາສັດແຫ່ງຊາດ

Published on

75b025bfcf18ba5afe77608d9c5409cd

ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ຈັນທະ​ບູ​ລີ ຮ່ວມ​ກັບອຳນາດ​ການ​ປົກຄອງ​ບ້ານ​ຫ້ວຍຫົງ ພ້ອມ​ບ້ານ​ອ້ອມ​ຂ້າງ ຈັດ​ພິທີ​ວັນ​ສັກ​ຢາ​ປ້ອງ​ກັນ​ພະຍາ​ສັດແຫ່ງ​ຊາດ 11 ພະຈິກ 2015 ທົ່ວເມືອງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້ປະຊາຊົນ ແລະ ສັງຄົມ​ເອົາໃຈໃສ່​ການ​ກັນ ແລະ ຮັກສາ​ສຸ​ຂະພາບ​ສັດລ້ຽງ​ບໍ່​ໃຫ້​ຕິດພະຍາດ ທັງ​ເປັນ​ການ​ພັດທະນາ​ການ​ລ້ຽງສັດ​ຂອງ​ປະຊາຊົນ ການ​ສັດຕະວະ​ແພດ​ໃຫ້​ມີ​ການ​ຂະຫຍາຍຕົວຂຶ້ນ​ເລື້ອຍໆ.

ທ່ານ ທອງ​ຄູນ ພົມ​ມະ​ວົງສາ ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ໄດ້​ກ່າວ​ວ່າ: ການເປີດ​ວັນ​ສັກ​ຢາ​ປ້ອງ​ກັນ​ພະຍາສັດ​ແຫ່ງ​ຊາດ 11 ພະຈິກ 2015 ນີ້​ທາງ​ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ​ແມ່ນ​ໄດ້​ເຮັດ​ມາ​ແຕ່ລະ​ປີ ຊຶ່ງ​ໄດ້​ນຳ​ເອົາ​ສັດລ້ຽງຂອງ​ປະຊາຊົນ​ເປັນ​ງົວ​ບໍ່​ຕ່ຳ​ກວ່າ 40 ກວ່າ​ໂຕ ເຂົ້າ​ມາ​ສັກ​ຢາ​ກັນພະຍາດ ນອກຈາກ​ງົວ​ແລ້ວ​ຍັງໄດ້​ລະດົມ​ເອົາ​ປະເພດ​ສັດ​ປີກ ແລະ ໝູ ໝາ ມ້າ ແບ້ ມາ​ສັກຢາ​ກັນ​ພະຍາດ​ເຊັ່ນ​ກັນ ນອກຈາກ​ການ​ເປີດ​ສັກ​ຢາ​ກັນ​ພະຍາດຄັ້ງ​ນີ້​ແລ້ວ ທາງ​ຫ້ອງການກະສິກຳ ແລະ ປ່າໄມ້​ເມືອງ ແມ່ນຈະ​ມອບ​ໃຫ້​ສັດຕະວະແພດ​ປະຈຳບ້ານ ທີ່​ໄດ້​ສ້າງ​ຕາ​ໜ່າງ​ສັດຕະວະ​ແພດ​ໄວ້​ແລ້ວ ​ສືບຕໍ່​ສັກ​ຢາ​ໃຫ້ສຳເລັດ​ໃນ​ສົກ​ປີ 2015-2016 ໄດ້​ວາງ​ຕົວ​ເລກ​ຄາດໝາຍ​ແຜນການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ສັດ ໃຫ້​ໄດ້​ບໍ່​ຕ່ຳ​ກວ່າ 70% ຂອງ​ຝູງ ທັງ​ນີ້​ເພື່ອ​ເຮັດ​ໃຫ້​ຂະ​ບວ​ການວຽກ​ງານ​ການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ ສັດລ້ຽງ ບໍ່​ໃຫ້​ລົ້ມ​ຕາຍ​ຍ້ອນພະຍາດ​ສັດ​ລະບາດ ເຮັດ​ໃຫ້​ສັດລ້ຽງ​ມີ​ການ​ແຜ່ພັນ​ຂຶ້ນ​ເລື້ອຍໆ ແລະ ເປັນ​ເງື່ອນໄຂ​ເຮັດ​ໃຫ້​ເສດຖະ​ກິດ​ຄອບຄົວ​ຮັ່ງມີເຂັ້ມແຂງ ແລະ ອຸດົມສົມບູນ​ຍິ່ງໆ​ຂຶ້ນ.

ພິທີ​ເປີດ​ຂະ​ບວນ​ການ​ສັກ​ຢາກັນ​ພະຍາດ​ສັດ​ແຫ່ງ​ຊາດຂຶ້ນວັນ​ທີ 12 ພະຈິກ 2015 ຢູ່​ທີ່ບ້ານ​ຫ້ວຍ​ຫົງ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ໃຫ້​ກຽດເຂົ້າ​ຮ່ວມ​ຂອງທ່ານ ເພັດ​ສະໄໝ ນັດ​ຜາ​ສຸກ ຮອງ​ເຈົ້າເມືອງ​ຈັນທະບູ​ລີ ມີ​ຕາງໜ້າ​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ​ນະຄອນຫຼວງ ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ມີ​ບັນດາ​ພະນັກງານພາກສ່ວນ​ກ່ຽວຂ້ອງ ແລະ ແຂກຖືກ​ເຊີນ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...