spot_img
Homeຂ່າວພາຍ​ໃນຄະດີວັດໃຫຍ່ໄຊຍະພູມ ເຈົ້າໜ້າທີ່ມຸ່ງປະເດັນ ຄົນໃກ້ຕົວຄາດຕະກຳ ເພື່ອຊີງຊັບ!

ຄະດີວັດໃຫຍ່ໄຊຍະພູມ ເຈົ້າໜ້າທີ່ມຸ່ງປະເດັນ ຄົນໃກ້ຕົວຄາດຕະກຳ ເພື່ອຊີງຊັບ!

Published on

12234894_1077245535640451_5855676502054703077_n

ເຫດການ​ດັ່ງກ່າວ​ເກີດ​ຂຶ້ນໃນ​ວັນ​ທີ 12 ພະຈິກ​ນີ້, ພາຍຫລັງ​ຈົວ​ນ້ອຍພາຍ​ໃນ​ວັດ​​ໄປ​ເອີ້ນ​ ພະ​ອາຈານ​ດັ່ງກ່າວ​​ ຢູ່​ກຸ​ຕິ​ວັດ​ໃຫຍ່​ໄຊ​ຍະ​ພູມ ​ເມືອງ​ໄກສອນ ​ພົມວິຫານ ​ແຂວງ​ສະຫວັນ​ນ​ະ​ເຂດ ອອກ​ມາ​ສັນ​ຈັງຫັນ ​ແຕ່​​ບໍ່​ມີ​ສຽງ​ຕອບ​ຮັບ,​ ຈຶ່ງ​ໄດ້​​ເຂົ້າ​​ໄປ​​ເອີ້ນໃນ​ກຸ​ຕິ​ ແລ້ວ​ພົບ​ເຫັນ​ພະ​ອາຈານນອນ​ງາຍ​ໜ້າ ​ເສຍ​ຊີວິດ​ຢູ່​​​ໃກ້​ກັບ​ຕຽງ​ນອນຂອງ​ເພີ່ນ, ​ຄາດ​ວ່າ​ເສຍ​ຊີວິດ​ມາ​ແລ້ວ​ຫລາຍ​ຊົ່ວ​ໂມງ.

ພາຍຫລັງ​ເຈົ້າ​ໜ້າ​ທີ່​ໜ່ວຍສືບສວນ-ສອບ​ສວນ ​​ແຂວງ​ສະຫວັນ​ນະ​ເຂດ ລົງ​ພື້ນ​ທີ່​​ເພື່ອເກັບກຳ​ຂໍ້​ມູນຫລັກ​ຖານບາງ​ສ່ວນ ມາສືບ​ສວນ-ສອບ​ສວນຈຶ່ງ​ຮູ້​ວ່າ: ພະ​ອາຈານມະຫາ​ບົວ​ເງິນ ອາຍຸ 58 ປີ ​ເກີ​ດທີ່​ບ້ານ​ເວີນ ​ເມືອງ​ໄຊ​ບົວ​ລີ ​ແຂວງ​ສະຫວັນ​ນະ​ເຂດ ສະພາບ​ສົບ​ແມ່ນ​ຖືກ​ທຸບ​ຕີ​ທີ່​ຫົວ​ດ້ວຍ​ຂອງ​ແຂງຢ່າງ​ຮຸນ​ແຮງ ມີ​ຮອຍ​ປອດ​ຄໍ ພົບ​ມີດ​ປາຍ​ແຫລມ​ສຽບຄາ​ຢູ​ຄໍ​ຫອຍ ​ແລະ ມີ​ຮອຍ​ຖືກ​ມີດບາດ​ມື​ຫລາຍ​ຈຸດ ຄາດ​ວ່າ​ມີ​ການ​ຕໍ່ສູ້​ກ່ອນ​ຈະ​ເສຍ​ຊີວິດ, ​ທົ່ວ​ຕົນ​​ໂຕມີ​ຮ່ອງຮອຍ​ຖືກ​ທຳຮ້າຍ 17 ຈຸດ.

ເຈົ້າ​ໜ້າ​ທີ່ກົມ​ຕຳຫລວດສືບສວນ​-ສອບ​ສວນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ຕື່ມວ່າ: ​ຜູ້​ກໍ່​ເຫດ​​ອາດແມ່ນ​ຄົນ​​ໃກ້​ຕົວ​ຂອງຜູ້​ກ່ຽວ ​ແລະ ​ເຈົ້າ​ໜ້າ​ທີ່​ໄດ້​ມຸ້ງ​ປະ​ເດັນ​ໄປ​ທີ່​ການ​ຄາດ​ຕະກຳ​ເພື່ອ​ຊີງ​ຊັບ. 

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...