spot_img
Homeຂ່າວພາຍ​ໃນເຂື່ອນຫ້ວຍລຳພັນໃຫຍ່ ຢູ່ແຂວງເຊກອງ ເລີ່ມເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ!

ເຂື່ອນຫ້ວຍລຳພັນໃຫຍ່ ຢູ່ແຂວງເຊກອງ ເລີ່ມເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ!

Published on

161

ຂປລ. ພິທີເປີດການນຳໃຊ້ ເຂື່ອນໄຟ­ຟ້າຫ້ວຍລຳພັນໃຫຍ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ພະຈິກ 2015 ຢູ່​​ເມືອງທ່າແຕງ ແຂວງ​​ເຊກອງ ໂດຍການເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ­ຍົກລັດຖະມົນ­ຕີ, ຜູ້ຊີ້ນຳວຽກງານ ເສດ­ຖະ­ກິດການຜະ­ລິດ ແລະ ຈໍລະຈອນ, ທ່ານ ຄຳເຜີຍ ບຸດດາວຽງເຈົ້າແຂວງເຊກອງ, ທ່ານ ນາງ ຫວັງຮວງ (WANG XUE) ຮອງປະທານບໍລິສັດ CGGC ສປ ຈີນ, ​ທ່ານເຈົ້າແຂວງຈຳປາສັກ, ສາລະວັນ, ອັດຕະປື, ​ໄຊຍະບູລີ, ລັດ­ຖະ­ມົນ­ຕີວ່າການ, ​ຊ່ວຍວ່າການ, ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ, ​ແຂວງແລະ ບໍລິສັດເຂົ້າຮ່ວມ.

ໃນ​​ໂອກາດນີ້ ທ່ານ ດຣ. ຄຳມະ­ນີ ອິນທິລາດ ລັດ­ຖະ­ມົນ­ຕີວ່າ­ການ ກະ­ຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ໂຄງການກໍ່­ສ້າງເ ຂື່ອນໄຟ­ຟ້າ ຫ້ວຍລຳພັນໃຫຍ່ ເປັນໂຄງ­ການໜຶ່ງ ທີ່ສຳ­ຄັນ ແລະ ນອນໃນແຜນແມ່ບົດ ເພື່ອພັດ­ທະ­ນາ  ລະ­ບົບໄຟ­ຟ້າຢູ່ປະ­ເທດ ເຮົາຕາມແນວ­ທາງ, ແຜນນະໂຍບາຍ ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະ­ໄໝ ທີ່ໄດ້ກຳ­ນົດໄວ້ ໃນມະຕິກອງປະ­ຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ແຜນພັດ­ທະ­ນາ ເສດຖະກິດສັງ­ຄົມ ແຫ່ງຊາດຄັ້ງທີ VII ເພື່ອສ້າງທຸກເງື່ອນ­ໄຂ ແລະ ຂຸດຄົ້ນ ທຸກຄວາມສາ­ມາດ ບົ່ມຊ້ອນເຮັດໃຫ້­ການພັດທະນາ ຂະແໜງພະ­ລັງ­ງານ ແລະ ບໍ່ແຮ່ ໄດ້ຮັບການ­ຈັດ­ຕັ້ງ ປະ­ຕິ­ບັດດ້ວຍຈັງ­ຫວະຕໍ່ເນື່ອງ ແລະ ໝັ້ນທ່ຽງ ກາຍເປັນກຳ­ລັງແຮງ ທາງດ້ານເສດ­ຖະ­ກິດແຫ່ງຊາດ ທັງໃນສະ­ເພາະໜ້າ ແລະ ໄລ­ຍະຍາວ, ແນ­ໃສ່ພັດ­ທະ­ນາ ພື້ນ­ຖານໂຄງລ່າງ ເພື່ອແກ້ໄຂ ຄວາມ­ທຸກຍາກ ຂອງປະ­ຊາ­ຊົນລາວ ບັນ­ດາເຜົ່າເວົ້າລວມ, ເວົ້າສະ­ເພາະແມ່ນ ປະ­ຊາ­ຊົນແຂວງ​​ເຊກອງ ໃຫ້ມີຊີ­ວິດການເປັນຢູ່ ທີ່ດີຂຶ້ນ.

ໂຄງການເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່ ຕັ້ງຢູ່ທີ່ເມືອງທ່າແຕງ ແຂວງເຊກອງ, ມີໄລຍະການກໍ່ສ້າງທັງໝົດ 5 ປີໂດຍເລີ່ມຕົ້ນ​ການ​ກໍ່ສ້າງ​ ມາ​ຕັ້ງ​ແຕ່​ວັນ​ທີ 8 ພະ​ຈິກ 2010 ​ເປັນ​ຕົ້ນ​ມາ, ມີກຳລັງ​ຕິດ​ຕັ້ງ​ທັງ​ໝົດ 88 ​ເມ​ກາ​ວັດ, ສາມາດ​ຜະລິດ ພະລັງງານ​ໄຟຟ້າ​ໄດ້ 480 ກິ​ກາ​ວັດ​ໂມງ​ຕໍ່​ປີ ໂດຍ​ໄຟ­ຟ້າ​ທັງ​ໝົດ ​ທີ່​ຜະ­ລິດ​ໄດ້​​ແມ່ນ​​ຮັບ​ໃຊ້​ໃນ 4 ​ແຂວງ​ພາກ​ໃຕ້​ຄື: ​ເຊ​ກອງ, ຈຳປາ​ສັກ, ສາລະ​ວັນ ​ແລະ ອັດ​ຕະປື ສ່ວນ​ທີ່​ເຫລືອ​ແມ່ນ ​ສົ່ງ​ອອກປະ​ເທດ​ເພື່ອນ​ບ້ານ.

ຕົວ ​ເຂື່ອນ​ເປັນ​​ເຂື່ອນ​ຫີນ​ຖົມ ແກມ​ດິນ​ໜຽວ, ຄວາມສູງ​ຂອງ​ເຂື່ອນ 75,6 ​ແມັດ, ຍາວ 557,3 ​ແມັດ, ຖານ​ຂອງ​ເຂື່ອນ​ກວ້າງ 195 ​ແມັດ, ສັນ​ເຂື່ອນ​ກວ້າງ 8 ​ແມັດ, ​ໂດຍ​ແມ່ນ​ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ​ ເປັນ​ເຈົ້າ​ຂອງ​ໂຄງການ ​ແລະບໍລິສັດ CGGC ຈາກ ສປ ຈີນ ​ເປັນ​ຜູ້ຮັບ​ເໝົາ​ກໍ່ສ້າງ, ​ໃນ​ມູນ​ຄ່າ 206.261.750 ​ໂດ​ລາ​ສະຫະລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...